ຂ່າວສານ
ຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ ຫວັງວ່າບັນດານະໂຍບາຍຊີ້ຂາດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະໄດ້ຮັບການຜັນຂະຫຍາຍໂດຍໄວ
ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອົດສະຕາລີ ຫວັງວ່າ ບັນດານະໂຍບາຍຊີ້ຂາດນີ້ ຈະໄດ້ຮັບການຜັນຂະຫຍາຍໂດຍໄວ ເພື່ອນຳ ຫວຽດນາມ ໃຫ້ພັດທະນາຢ່າງແຮງກວ່າໃນຊຸມປີຈະມາເຖິງ.
ອ້າຍບຸ່ຍດິ່ງຢຸຍ, ຫົວໜ້າຝ່າຍຜະລິດຂອງ FPT ປະຈຳ ອົດສະຕາລີ ແລະ New Zealand, ສະແດງຄວາມປະທັບໃຈຕໍ່ບັນດານະໂຍບາຍຊີ້ຂາດທີ່ບັນລຸໄດ້ໃນກອງປະຊຸມໃຫຍ່ຄັ້ງນີ້.
“ເນື້ອໃນທີ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດແມ່ນບັນດານະໂຍບາຍຊີ້ຂາດທີ່ມີລັກສະນະຍຸດທະສາດ, ລະອຽດ ແລະ ຈະແຈ້ງທີ່ສຸດ, ບໍ່ພຽງແຕ່ກຳນົດທິດແກ່ການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງເທົ່ານັ້ນ, ຫາກຍັງສ້າງຂອບທີ່ໝັ້ນແກ່ນໃຫ້ແກ່ວິໄສທັດພັດທະນາຍາວນານ, ມຸ່ງໄປເຖິງການຄົງຕົວຂອງ ຫວຽດນາມ ໃນວິໄສທັດຮ້ອຍປີ.”
ສ່ວນທ່ານ ເຈິ່ນບາຟຸກ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ອົດສະຕາລີ, ຮອງປະທານສະມາຄົມນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດກໍ່ຫວັງວ່າ ບັນດານະໂຍບາຍຊີ້ຂາດທີ່ໄດ້ຍົກອອກມາໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະສ້າງບາດກ້າວບຸກທະລຸຢ່າງແທ້ຈິງ, ເປີດຫຼາຍໂອກາດໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ກັບ ອົດສະຕາລີ.








