• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ ຫວຽດນາມ ອາໄສຢູ່ ລາວ ພາວະນາຂໍໃຫ້ປະຊາຊົນມີຢູ່ເຢັນເປັນສຸກ, ປະເທດຊາດມີສັນຕິພາບ

      ພິທີພາວະນາຂໍໃຫ້ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ປະເທດຊາດມີສັນຕິພາບ ແມ່ນພິທີການປະຈຳປີຂອງວັດ ບາງລອງ, ຊ່ວຍໃຫ້ສະໜິດຕິດພັນກັບວົງຄະນະຍາດ...

ວັດ ບາງລອງ
      ຕອນບ່າຍວັນທີ 7 ມີນາ, ຢູ່ ວັດ ບາງລອງ, ນະຄອນຫຼວງ ວຽງຈັນ, ສປປ ລາວ, ບັນດາພະສົງສຳມະເນນ, ພຸດທະສາສະນິກກະຊົນໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ໄດ້ຈັດຕັ້ງພິທີພາວະນາຂໍໃຫ້ປະຊາຊົນຢູ່ເຢັນເປັນສຸກ ແລະ ຂໍໃຫ້ໂລກມີຄວາມສັນຕິພາບໃນໂອກາດຕົ້ນລະດູບານໃໝ່ປີ 2018. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເຫຼື້ອມໃສປະຈຳປີທີ່ມີຄວາມໝາຍສຳລັບວົງຄະນາຍາດຊາວ ຫວຽດນາມ ອາໄສຢູ່ ລາວ ເວົ້າລວມກໍ່ຄືປະຊາຄົມຊາວ ຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ ເວົ້າສະເພາະ, ຍ້ອນນີ້ແມ່ນກາລະໂອກາດເພື່ອໃຫ້ບັນດາ ພະສົງສຳມະເນນ, ພຸດທະສາສະນິກກະຊົນໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ໄດ້ພົບປະ, ພົວພັນແລກປ່ຽນເນື່ອງໃນໂອກາດຕົ້ນປີໃໝ່, ໄດ້ອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ ໃນຊີວິດດ້ານຈິດວີນຍານ ແລະ ມີຄວາມສະບາຍໃຈເພື່ອກ້າວເຂົ້າສູ່ປີໃໝ່.
        ພິທີພາວະນາຂໍໃຫ້ປະຊາຊົນມີຄວາມຢູ່ເຢັນເປັນສຸກ, ປະເທດຊາດມີສັນຕິພາບ ແມ່ນພິທີການປະຈຳປີຂອງວັດ ບາງລອງ, ຊ່ວຍໃຫ້ສະໜິດຕິດພັນກັບວົງຄະນະຍາດ, ເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ ຍາມໃດກໍ່ຈົດຈຳກ່ຽວກັບນ້ຳໃຈສາມັກຄີຂອງຊາດ ແລະ ຍາມໃດກໍ່ຮັກສາມູນເຊື້ອດ້ານວັດທະນະທຳອັນດີງາມ, ແລະ ເປັນສິ່ງສຳຄັນທີ່ສຸດສຳລັບຊາວ ຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ.
 (ແຫຼ່ງຄັດຈາກ VOV)

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ສານ​ກ່ຽວ​ກັບ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ມີ​ການ​ປ່ຽນ​ແປງ​ໃໝ່

ໃນໄລຍະພຽງສັ້ນໆ, ກົມການເມືອງໄດ້ປະກາດໃຊ້ມະຕິເລກທີ 72 (72-NQ/TW) ກ່ຽວກັບບັນດາມາດຕະການບຸກທະລຸ ຍົກສູງສຸຂະພາບຂອງ ປຊຊ (ເດືອນກັນຍາ ປີ 2025), ຕໍ່ຈາກນັ້ນ, ສະພາແຫ່ງຊາດໄດ້ກະກຽມຮັບຮອງເອົາມະຕິກ່ຽວກັບບັນດາກົນໄກ, ນະໂຍບາຍເພື່ອຜັນຂະຫຍາຍປະສິດທິຜົນມະຕິເລກທີ 72. ສິ່ງນີ້ສະແດງໃຫ້ເຫັນຄວາມເປັນເອກະພາບທາງການເມືອງທີ່ເຂັ້ມແຂງ ໃນການລົງທຶນໃຫ້ແກ່ມະນຸດ-ເສົາຄ້ຳຂອງການພັດທະນາແບບຍືນຍົງ.

Top