ໃນຈົດໝາຍ, ທ່ານນາງ ບຸ່ຍທິມິງຮວ່າຍ ອວຍພອນ ແລະ ຕີລາຄາສູງບັນດາຜົນງານອັນຍິ່ງໃຫຍ່, ຮອບດ້ານ ເຊິ່ງປະຊາຊົນລາວບັນລຸໄດ້ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ແນວລາວສ້າງຊາດຈະນັບມື້ນັບພັດທະນາ, ສືບຕໍ່ແມ່ນແກ່ນສານເຕົ້າໂຮມກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດບັນດາເປົ້າໝາຍເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ວາງອອກຢ່າງມີໄຊ, ນຳປະເທດລາວ ນັບມື້ນັບພັດທະນາຢ່າງວັດທະນາຖາວອນ, ຮຸ່ງເຮືອງສີວິໄລ.
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະພ້ອມກັບທ່ານປະທານຄະນະກຳມະການສູນກາງແນວລາວສ້າງຊາດ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງອົງການແນວໂຮມຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ./.








