• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ​ຮຽກ​ຮ້ອງ​ໃຫ້​ຍີ່​ປຸ່ນ​ຮ່ວມ​ມື​ກັນ​ໃນ​ສະ​ພາບ​ການ​ໂລກ​ຂາດ​ສະ​ຖຽນ​ລະ​ພາບ

ວັນທີ 25 ທັນວາ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽງ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Iwaya Takeshi. ທ່ານຮຽກຮ້ອງໃຫ້ສອງຝ່າຍເປີດກວ້າງການຮ່ວມມືເມື່ອການພັດທະນາທົ່ວໂລກຂາດສະຖຽນລະພາບ.
ກອງປະຊຸມຄັ້ງທີສອງ ກົນໄກປຶກສາຫາລືລະດັບສູງກ່ຽວກັບການພົບປະແລກປ່ຽນປະຊາຊົນ ແລະ ວັດທະນະທຳ ຈີນ - ຍີ່ປຸ່ນ (ພາບ: ກະຊວງການຕ່າງປະເທດຈີນ)

ກ່າວຄຳເຫັນທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Iwaya Takeshi ຢູ່ນະຄອນຫຼວງ ປັກກິ່ງ, ທ່ານນາຍົກລັດຖະມົນຕີ ຫຼີຊຽງ ຖືວ່າປັດຈຸບັນ ການພົວພັນຈີນ - ຍີ່ປຸ່ນ ພວມຢູ່ໃນໄລຍະປັບປຸງ ແລະ ພັດທະນາຫຼັກແຫຼ່ງສຳຄັນ.  ປັກກິ່ງ ພ້ອມແລ້ວທີ່ຈະຮ່ວມມືກັບ ໂຕກຽວເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ພັດທະນາຢ່າງຍືນຍົງ, ປອດໃສ ແລະ ບັນລຸໝາກຜົນໃໝ່ຫຼາຍຢ່າງໃນການຮ່ວມມືຢ່າງແທ້ຈິງ.

ໄປຄຽງຄູ່ກັບການຮຽກຮ້ອງໃຫ້ໂຕກຽວ ເບິ່ງຄືນປະຫວັດສາດຢ່າງກົງໄປກົງມາ, ມຸ່ງໄປສູ່ອະນາຄົດ, ຄຸ້ມຄອງ ແລະ ຄວບຄຸມຄວາມບໍ່ລົງລອຍກັນຢ່າງສ້າງສັນ, ປົກປ້ອງສະພາບການພົວພັນສອງຝ່າຍ. ທ່ານນາຍົກລັດຖະມົນຕີ ຫຼີຊຽງກໍ່ເນັ້ນໜັກວ່າ ສອງຝ່າຍຕ້ອງເປີດກວ້າງການພົວພັນດ້ານເສດຖະກິດ, ການຄ້າ, ເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອນຳມາເຊິ່ງຜົນປະໂຫຍດທີ່ດີທີ່ສຸດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ, ໃນສະພາບການຂາດສະຖຽນລະພາບ ແລະ ບໍ່ແນ່ນອນໃນການພັດທະນາທົ່ວໂລກທີ່ນັບມື້ນັບເພີ່ມຂຶ້ນຄືແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ເຈລະຈາກັບຄູ່ຮ່ວມຕຳແໜ່ງ ຍີ່ປຸ່ນ ທ່ານIwaya Takeshi. ລັດຖະມົນຕີການຕ່າງປະເທດສອງປະເທດ ກໍ່ເຂົ້າຮ່ວມກອງປະຊຸມຄັ້ງທີ 2 ກົນໄກປຶກສາຫາລືລະດັບສູງກ່ຽວກັບການພົບປະແລກປ່ຽນປະຊາຊົນ ແລະ ວັດທະນະທຳສອງປະເທດ. ຢູ່ກອງປະຊຸມ, ສອງຝ່າຍບັນລຸໄດ້10 ຄວາມເຫັນດີເຫັນພ້ອມທີ່ສຳຄັນ ກ່ຽວຂ້ອງເຖິງການຊຸກຍູ້ການຮ່ວມມື, ການພົບປະແລກປ່ຽນໃນຫຼາຍຂົງເຂດຄື: ການສຶກສາ, ການທ່ອງທ່ຽວ, ກິລາ…

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top