• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນກ່າວຫາອາເມລິກາຕັ້ງໃຈທຳລາຍອິດທິພົນຊື່ສຽງບັນດາວິສາຫະກິດຂອງປະເທດນີ້

      ວັນທີ 08 ສິງຫາ, ຈີນ ໄດ້ຕຳໜິຕິຕຽນບັນດາຂໍ້ກຳນົດຂອງອາເມລິກາ ທີ່ຍົກອອກມາເພື່ອຫ້າມບໍ່ໃຫ້ກຸ່ມບໍລິສັດເຕັກໂນໂລຊີ Huawei ແລະ ບັນດາບໍລິສັດອື່ນຂອງຈີນ ເຂົ້າຮ່ວມບັນດາສັນຍາຂອງລັດຖະບານອາເມລິກາ ແມ່ນ ສວຍໃຊ້ສິດອຳນາດລັດ”.

ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ
(ພາບ: EPA/TTXVN)
      ນີ້ແມ່ນການກະທຳຫຼ້າສຸດໃນສົງຄາມການຄ້າທີ່ພວມປີນຂັ້ນໄດລະຫວ່າງຈີນ ແລະ ອາເມລິກາ.
        ໃນຖະແຫຼງສະບັບໜຶ່ງ, ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ ຖືວ່າ: “ເລື່ອງສວຍໃຊ້ສິດອຳນາດລັດຂອງອາເມລິກາ ແມ່ນໄຮ້ເຫດຜົນ ແລະ ຕັ້ງໃຈທຳລາຍອິດທິພົນຊື່ສຽງ ແລະ ການເກືອດຫ້າມວິສາຫະກິດລະອຽດຂອງຈີນ ເຊິ່ງພວມທຳລາຍພາບພົດຂອງອາເມລິກາ ຢ່າງຮ້າຍແຮງ ແລະ ບັນດາຜົນປະໂຫຍດຂອງປະເທດນີ້ເອງ”. ຖະແຫຼງການໄດ້ເນັ້ນໜັກວ່າ, ປັກກິງ ເດັດດ່ຽວສະໜັບສະໜູນບັນດາບໍລິສັດຂອງຈີນ ໃນການນຳໃຊ້ບັນດາເຄື່ອງມືດ້ານນິຕິກຳເພື່ອປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ.
 (ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top