• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ອາຊຽນ ຮັກສາທີ່ຕັ້ງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງກັນ

ຈີນ ໄດ້ຮັກສາທີ່ຕັ້ງແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ອາຊຽນ ໃນຮອບເວລາ 17 ປີຢ່າງລຽນຕິດ, ໃນຂະນະທີ່ ອາຊຽນ ແມ່ນຄູ່ຄ້າໃຫຍ່ທີ່ສຸດຂອງ ຈີນ ໃນເວລາ 6 ປີຢ່າງລຽນຕິດ.
ການປະຊຸມຖະແຫຼງຂ່າວ (ພາບ: VNA)

ປີ 2025, ເປັນ​ຄັ້ງ​ທຳ​ອິດວົງ​ເງິນ​ການ​ຄ້າ 2 ສົ້ນ ຈີນ - ອາ​ຊຽນ ລື່ນ​ຕົວ​ເລກ 1.000 ຕື້ USD, ບັນ​ລຸ 1.050 ຕື້ USD, ເພີ່ມ​ຂຶ້​ນ 7,4% ເມື່ອ​ທຽບ​ໃສ່​ປີ 2024. ສະ​ນັ້ນ, ຈີນ ໄດ້​ຮັກ​ສາ​ທີ່​ຕັ້ງ​ແມ່ນ​ຄູ່​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ອາ​ຊຽນ ໃນ​ຮອບ​ເວ​ລາ 17 ປີ​ຢ່​າງ​ລຽນ​ຕິດ, ໃນ​ຂະ​ນະ​ທີ່ ອາ​ຊຽນ ແມ່ນ​ຄູ່​ຄ້າ​ໃຫຍ່​ທີ່​ສຸດ​ຂອງ ຈີນ ໃນ​ເວ​ລາ 6 ປີ​ຢ່າງ​ລຽ​ນ​ຕິດ. ຂໍ້​ມູນ​ດັ່ງ​ກ່າວ​ໄດ້​ຍົ​ກ​ອອກ​ມາ​ໃນ​ວັນ​ທີ 01 ກັນ​ຍາ, ທີ່​ການ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ຫ້ອງ​ການ​ສື່​ສານສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ ຈີນ.

ຕາມ​ທ່ານ Yan Dong, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ ຈີນ ແລ້ວ, ການ​ຮ່ວມ​ມື​ໃນ​ລະ​ບົບ​ຜະ​ລິດ ແລະ ສະ​ໜອງ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂວາງ​ແມ່ນ​ຈຸ​ດ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ຈີນ - ອາ​ຊຽນ. ພ້ອມ​ກັນ​ນັ້ນ, ຈີນ ແລະ ອາ​ຊຽນ ກໍ່​ຍູ້​ແຮງ​ການ​ເຊື່ອມ​ຕໍ່​ລະ​ບົບ​ອຸດ​ສາ​ຫະ​ກຳ, ປະ​ກອ​ບ​ສ່ວນ​ຮັກ​ສາ​ຄວາມ​ເປັນ​ປົກ​ກະ​ຕິ​ຂອງ​ລະ​ບົບ​ຜະ​ລິດ ແລະ ສະ​ໜອງ​ໃນ​ພາກ​ພື້ນ. ພ້ອມ​ກັນ​ນັ້ນ, ເລື່ອງເຊັນອະ​ນຸ​ສັນ​ຍາ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ ຈີນ - ອາ​ຊຽນ ​ລຸ້ນທີ 3 ​ໄດ້​ອະ​ນຸ​ຍາດ​ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເສ​ລີ ແລະ ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ໄປ​ສູ່​ບັນ​ດາ​ຂົງ​ເຂດ​ໃໝ່, ຄື: ເສດ​ຖະ​ກິດ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽ​ວ...

(ແຫຼ່ງຄັດຈາກ VOV)

ຫວຽດນາມ ສະໜັບສະໜູນສະຫະປະຊາຊາດຮັກສາບົດບາດໃຈກາງໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ

ຫວຽດນາມ ສະໜັບສະໜູນສະຫະປະຊາຊາດຮັກສາບົດບາດໃຈກາງໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ

ທ່ານນາງຮອງປະທານປະເທດກໍ່ສະເໜີໃຫ້ 2 ຝ່າຍສ້າງຂອບຍຸດທະສາດການຮ່ວມມືພັດທະນາແບບຍືນຍົງໄລຍະ 2027 – 2031 ໃຫ້ສຳເລັດໂດຍໄວ

Top