• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ອັງ​ກິດ, ຝ​ລັ່ງ ແລະ EC ຄັດ​ຄ້ານ​ນະ​ໂຍ​ບາຍ​ພາ​ສີ​ອາ​ກອນ​ຂອງ ອາ​ເມ​ລິ​ກາ

EU ຈະກະກຽມການໂຕ້ຕອບຕໍ່ລະດັບພາສີໃໝ່ຂອງ ອາເມລິກາ ສຳລັບລົດໂອໂຕ ແລະ ເຄື່ອງອາໄຫຼ່ລົດໂອໂຕທີ່ນຳເຂົ້າ ໂດຍທ່ານປະທານາທິບໍດີ Trump ຫາກໍ່ປະກາດ.
(ພາບປະກອບ: THX/TTXVN)

ໃນບົດກ່າວປາໄສທີ່ການຖະແຫຼງຂ່າວນັດສາມັນໃນວັນທີ 27 ມີນາ, ທ່ານ He Yadong ໂຄສົກກະຊວງການຄ້າ ຈີນ ຊີ້ແຈ້ງວ່າ ປັກກິ່ງຈະດຳເນີນການປະຕິບັດບັນດາລະບຽບການຕໍ່ໄປໃນເຫດຮ້ອງຟ້ອງອາເມລິກາຂຶ້ນອົງການການຄ້າໂລກ (WTO) ທີ່ກ່ຽວຂ້ອງເຖິງບັນດາລະດັບພາສີອາກອນ ເພີ່ມເຕີມ ຂອງອຳນາດການປົກຄອງ ທ່ານປະທານາທິບໍດີ Donald Trump ຕໍ່ສິນຄ້າຈີນ.

ແລະກໍ່ໃນວັນດຽວກັນ, ຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ EU ຈະກະກຽມການໂຕ້ຕອບຕໍ່ລະດັບພາສີໃໝ່ຂອງ ອາເມລິກາ ສຳລັບລົດໂອໂຕ ແລະ ເຄື່ອງອາໄຫຼ່ລົດໂອໂຕທີ່ນຳເຂົ້າ ໂດຍທ່ານປະທານາທິບໍດີ Trump ຫາກໍ່ປະກາດ. ທ່ານ Olof Gill ໂຄສົກຂອງ EU ເນັ້ນໜັກວ່າ ເຖິງວ່າຍັງບໍ່ທັນຍົກອອກເວລາຢ່າງລະອຽດໃຫ້ແກ່ປະຕິກິລິຍາໂຕ້ຕອບຂອງ EU ແຕ່ແນ່ນອນວ່າບັນດາມາດຕະການນີ້ຈະໄດ້ຍົກອອກມາຢ່າງທັນການ, ມີປະສິດທິຜົນ ແລະ ໄດ້ຮັບການຊັ່ງຊາຢ່າງລະອຽດເພື່ອແນໃສ່ບັນລຸໄດ້ຜົນກະທົບທີ່ EU ປາດຖະໜາ.

ຢູ່ເອີລົບ, ທ່ານລັດຖະມົນຕີການເງິນຝລັ່ງ Eric Lombard ຖືນະໂຍບາຍພາສີອາກອນຂອງ ອາເມລິກາ ແມ່ນການຜັນແປທີ່ບໍດີທີ່ສຸດ. ທ່ານສະເໜີສະຫະພາບເອີລົບ (EU) ຍົກລະດັບພາສີສຳລັບສິນຄ້ານຳເຂົ້າຈາກ ອາເມລິກາ ເພື່ອປົກປ້ອງຜົນປະໂຫຍດດ້ານເສດຖະກິດຂອງຕົນ.

ໃນຂະນະນັ້ນ, ທ່ານນາງ Rachel Reeves ລັດຖະມົນຕີກະຊວງການເງິນອັງກິດ ຢັ້ງຢືນວ່າ ປະເທດນີ້ບໍ່ຢາກມີບໍ່ວ່າການກະທຳໃດທີ່ຈະເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າເພີ່ມຂຶ້ນ. ທ່ານນາງ ເນັ້ນໜັກວ່າ ສົງຄາມການຄ້າບໍ່ມີຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ, ພ້ອມທັງກ່າວເຕືອນການເພີ່ມທະວີພາສີອາກອນຈະກໍ່ຜົນກະທົບຢ່າງຫຍໍ້ທໍ້ເຖິງທັງອັງກິດ ເທົ່ານັ້ນຫາກຍັງອາເມລິກາ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top