• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ສ.ເກົາຫຼີ ປຶກສາຫາລືກັບທູດພິເສດຂອງ ອາຊຽນ ກ່ຽວກັບສະພາບການຢູ່ ມຽນມາ

      ວັນທີ 18 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດຈີນຫວ່າງອີ  ໄດ້ເຈລະຈາທາງໂທລະສັບ ກັບທ່ານ Erywan Yusof ທູດພິເສດຂອງອາຊຽນຮັບຜິດຊອບບັນຫາຢູ່ມຽນມາແລະກໍ່ແມ່ນລັດຖະມົນຕີຜູ້ທີ 2 ຂອງບຣູໄນກ່ຽວກັບສະພາບການຢູ່ມຽນມາ.
ທ່ານ Erywan Yusof ທູດພິເສດຂອງ ອາຊຽນ (ພາບ: straitstimes)
      ທີ່ການເຈລະຈາທາງໂທລະສັບ, ທ່ານລັດຖະມົນຕີ ຫວ່າງອີ ໄດ້ສະເໜີບາງມາດຕະການປະກອບສ່ວນເຂົ້າໃນການແກ້ໄຂວິກິດການຢູ່ ມຽນມາ, ໃນນັ້ນມີການພົບປະກັບທຸກຝ່າຍຢູ່ ມຽນມາ ຢ່າງສົມເຫດສົມຜົນ, ສ້າງຄວາມໄວ້ເນື້ອເຊື່ອໃຈເທື່ອລະກ້າວ, ກໍ່ຄືສະຫງວນບຸລິມະສິດແຖວໜ້າໃຫ້ແກ່ເລື່ອງໜູນຊ່ວຍ ມຽນມາ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ຄຽງຂ້າງນັ້ນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ ກໍ່ຍົກສູງບົດບາດຂອງ ບຣູໄນ ຊື່ງແມ່ນປະເທດພວມດຳລົງຕຳແໜ່ງປະທານໜູນວຽນອາຊຽນ, ຕໍ່ການພັດທະນາຂອງການພົວພັນລະຫວ່າງ ຈີນ ແລະ ອາຊຽນ.
      ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Chung Eui-yong ແລະ ຄູ່ຮ່ວມຕຳແໜ່ງ ບຣູໄນ ທ່ານ Erywan Yusof ກໍ່ໄດ້ມີການເຈລະຈາທາງໂທລະສັບ ເພື່ອປຶກສາຫາລືກ່ຽວກັບບັນຫາການຮ່ວມມືດ້ານມະນຸດສະທຳ ແລະ ບັນດາບັນຫາທີ່ກ່ຽວຂ້ອງເຖິງ ມຽນມາ. ຖະແຫຼງການຂອງກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ຊີ້ແຈ້ງວ່າ ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າຈະມີການຮ່ວມມືຢ່າງຕັ້ງໜ້າ ເພື່ອຊ່ວຍແກ້ໄຂວິກິດການປັດຈຸບັນຢູ່ ມຽນມາ, ກໍ່ຄືຮັບປະກັນບັນດາກອງປະຊຸມຂັ້ນສູງໂດຍ ອາຊຽນ ເປັນເຈົ້າພາບຈັດຂຶ້ນ ເຊິ່ງຄາດວ່າຈະປະສົບຜົນສຳເລັດໃນເດືອນ ຕຸລາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)
 

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top