• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ລາວ, ຫວຽດນາມ ສ້າງຕັ້ງຫ້ອງການຮ່ວມມືຄວບຄຸມຢາເສບຕິດຕື່ມອີກ

      ວັນທີ 20 ມິຖຸນາ, 3 ປະເທດ ຈີນ, ຫວຽດນາມ ແລະ ລາວ ໄດ້ເປີດຫ້ອງການຮ່ວມມືຄວບຄຸມຢາເສບຕິດຕື່ມອີກຢູ່ເມືອງຊາຍແດນ ຢາງເຈີ໋ງ ຂຶ້ນກັບແຂວງ ຢຽນໜານ, ພາກຕາເວັນຕົກສຽງໃຕ້ ຈີນ. 

ພາບປະກອບ
      ຕາມທ່ານ ເຫວີຍແສວຈູນ, ຫົວໜ້າກົມຄວບຄຸມຢາເສບຕິດ ຂຶ້ນກັບກະຊວງຕຳຫຼວດ ຈີນ, ຈີນ ໄດ້ຮັກສາການຮ່ວມມືອັນດີງາມກັບລາວ ແລະ ຫວຽດນາມ ໃນບັນຫານີ້. ຫ້ອງການດັ່ງກ່າວໄດ້ຮັບການສ້າງຕັ້ງເພື່ອຍູ້ແຮງການຮ່ວມມືກ່ວາອີກລະຫວ່າງ 3 ປະເທດໃນບັ້ນຮົບຕ້ານຢາເສບຕິດຂ້າມຊາດ.
        ແຕ່ປີ 2002, ມີຫ້ອງການຮ່ວມມືຄ້າຍຄືກັນໄດ້ຮັບການສ້າງຕັ້ງຢູ່ ຈີນ, ລາວ, ມຽນມາ ແລະ ຫວຽດນາມ ລວມ 10 ແຫ່ງ, ເພື່ອແນໃສ່ຮັບມືກັບບັນດາຂົງເຂດມີໄພຢາເສບຕິດໜັກໜ່ວງທີ່ສຸດຢູ່ລຽບຕາມເຂດຊາຍແດນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top