ເມື່ອກ່າວຄຳເຫັນໃນກອງປະຊຸມຂັ້ນສູງກ່ຽວກັບຂໍ້ລິເລີ່ມພັດທະນາທົ່ວໂລກຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຄົບຮອບ 80 ປີ ຢູ່ ນິວຢອກ (ອາເມລິກາ), ທ່ານ ຫຼີຊຽນ ເນັ້ນໜັກວ່າ ຈີນ ມີການປະພຶດຄື “ປະເທດທີ່ພວມພັດທະນາໃຫຍ່ມີຄວາມຮັບຜິດຊອບ”.
ຕາມຂໍ້ກຳນົດຂອງ WTO, ບັນດາປະເທດພວມພັດທະນາອາດຈະໄດ້ຊົມໃຊ້ບັນດາສິດຜົນປະໂຫຍດໃດໜຶ່ງ, ເຊັ່ນວ່າເວລາປະຕິບັດຄຳໝັ້ນສັນຍາຍາວກວ່າ ແລະ ບັນດາມາດຕະການໜູນຊ່ວຍເປີດກວ້າງໂອກາດການຄ້າ. ເຖິງຢ່າງໃດກໍຕາມ, ຫຼາຍປະເທດພັດທະນາ, ໃນນັ້ນ ມີ ອາເມລິກາ, ເຄີຍຖືວ່າ ຈີນ, ພື້ນຖານໃຫຍ່ອັນດັບທີ 2 ໃນໂລກ, ບໍ່ຄວນສືບຕໍ່ໄດ້ຈັດເຂົ້າກຸ່ມນີ້.
ກໍໃນວັນດຽວກັນ, ໃນຖະແຫຼງການໜຶ່ງທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ, ທ່ານ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ WTO, ຖືນີ້ແມ່ນຂ່າວສານສຳຄັນ, ຫຼັກແຫຼ່ງສຳລັບວິວັດການປະຕິຮູບ WTO ພ້ອມທັງຖືວ່າ ຖະແຫຼງການຂອງ ຈີນ ແມ່ນຜົນງານແຫ່ງຄວາມມານະພະຍາຍາມໃນຫຼາຍປີ.