• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຍິງ​ສຳ​ເລັດ​ ​ຍານ​ອາ​ວະ​ກາດ Shenzhou-23

ພາຍຫຼັງ​ມອ​ບ​ຮັບ​ໃນ​ອາ​ວະ​ກາດ, ຈຸ​ບິນ Shenzhou – 21 ຈະ​ກັບ​ຄືນ​ໜ່ວຍໂລກ​ຢູ່​ສະ​ຖານ​ທີ່​ລົງ​ຈອດ Dongfeng. ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​ນຳ​ນັກ​ອາ​ວະ​ກາດ 30 ຄົນ​ເຂົ້າ​ຮ່ວມ 47 ຖ້ຽວ​ບິນ​ຂຶ້ນ​ສູ່ ອາ​ວະ​ກາດ​ແລ້ວ.
  ​​ຍານອາ​ວະ​ກາດ Shenzhou – 23 ເລີ່ມ​ເດີນ​ທາງ ​ໃນ​ເວ​ລາ 11 ໂມງ 8 ນາ​ທີ ຕອນ​ຄ່ຳ​ວັນ​ທີ 24 ພຶດ​ສະ​ພາ (ຕາມ​ເວ​ລາ​ປັກ​ກິ່ງ) (ພາບ: AP/Ng Han Guan)  
ຄ່ຳ​ຄືນ​ວັນ​ທີ 24 ພຶດ​ສະ​ພາ, ຈີນ​ໄດ້​ຍິງ​ສຳ​ເລັດ​​ຍານອາ​ວະ​ກາດ Shenzhou – 23 ນຳ​ນັກ​ບິນອາ​ວະ​ກາດ 3 ຄົນ​ຂຶ້ນ ສະ​ຖານ​ທີ່​ອາ​ວະ​ກາດ , ໃນ​ນັ້ນ​ເປັນ​ຄັ້ງ​ທຳ​ອິດ​ຈະ​ມີ​ຄົນ​ໜຶ່ງ​ຢູ່​ອາ​ວະ​ກາດ​ເປັນ​ເວ​ລາ 1 ປີ. ເຫດການ​ນີ້​ໄດ້​ດຳ​ເນີນ​ໃນ​ເວ​ລາ 11 ໂມງ 8 ນາ​ທີ ຕອນ​ຄ່ຳ​ວັນ​ທີ 24 ພຶດ​ສະ​ພາ (ຕາມ​ເວ​ລາ​ປັກ​ກິ່ງ), ດ້ວຍ​ລູກ​ສອນ​ໄຟ​ຍູ້ Long March - 2F Y23. ຈຸ​ບິນ​ຂອງ Shenzhou – 23 ລວມ​ມີ 3 ຄົນ: ນັກ​ເຕັກ​ນິກການ​ບິນ Zhu Yangzhu, ນັກ​ບິນ Zhang Zhiyuan ແລະ ນັກ​ຊ່ຽວ​ຊານ​ດ້ານ​ນ້ຳ​ໝັກ Lai Ka-ying. ພາຍຫຼັງ​ມອ​ບ​ຮັບ​ໃນ​ອາ​ວະ​ກາດ, ຈຸ​ບິນ Shenzhou – 21 ຈະ​ກັບ​ຄືນ​ໜ່ວຍໂລກ​ຢູ່​ສະ​ຖານ​ທີ່​ລົງ​ຈອດ Dongfeng. ມາ​ຮອດ​ປັດ​ຈຸ​ບັນ, ຈີນ​ໄດ້​ນຳ​ນັກ​ອາ​ວະ​ກາດ 30 ຄົນ​ເຂົ້າ​ຮ່ວມ 47 ຖ້ຽວ​ບິນ​ຂຶ້ນ​ສູ່ ອາ​ວະ​ກາດ​ແລ້ວ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top