• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຈັດວາງບັນດາຄຳສັ່ງລົງໂທດໃໝ່ ເລັ່ງໃສ່ ອາເມລິກາ ແລະ ການາດາ

           ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ບັນດາຄຳສັ່ງລົງໂທດໃໝ່ເລັ່ງໃສ່ການໂຕ້ຕອບເລື່ອງ ອາເມລິກາ ແລະ ການາດາ ໄດ້ຈັດວາງບັນດາຄຳສັ່ງລົງໂທດແບບລຳຟັງຝ່າຍດຽວ ເຊິ່ງເລັ່ງໃສ່ບັນດາສ່ວນບຸກຄົນ, ອົງການຢູ່ຊີນຈຽງ ໃນວັນທີ 22 ມີນາ ຜ່ານມາ ໂດຍອີ່ງໃສ່ບັນດາຂໍ້ມູນບໍ່ເປັນທາງການ.          
      ວັນທີ 27 ມີນາ, ກະຊວງການຕ່າງປະເທດ ຈີນ ໄດ້ປະກາດຄຳສັ່ງລົງໂທດໃໝ່ສຳລັບບັນດາສ່ວນບຸກຄົນ, ອົງການຂອງ ອາເມລິກາ ແລະ ການາດາ ເພື່ອໂຕ້ຕອບຄຳສັ່ງລົງໂທດກ່ອນນັ້ນຂອງສອງປະເທດນີ້ ເຊິ່ງເລັ່ງໃສ່ ຈີນ. ຕາມຖະແຫຼງການຂອງ ກະຊວງການຕ່າງປະເທດ ຈີນ ແລ້ວ, ບັນດາຄຳສັ່ງລົງໂທດໃໝ່ໄດ້ປະກາດໃຊ້ສຳລັບ ທ່ານ Gayle Manchin ປະທານຄະນະກຳມະການສິດເສລີໃນການເຫຼື້ອມຖື ສາກົນ ອາເມລິກາ (USCIRF) ແລະ ທ່ານ Tony Perkins ຮອງປະທານ USCIRF
            ນອກຈາກນັ້ນ, ອຳນາດການປົກຄອງ ຈີນ ກໍ່ໄດ້ຈັດວາງຄຳສັ່ງລົງໂທດຕໍ່ທ່ານ Michael Chong ສະມາຊິກສະພາແຫ່ງຊາດ ການາດາ ແລະ ຄະນະກຳມະການສິດທິມະນຸດຂຶ້ນກັບ ຄະນະກຳມະທິການການພົວພັນຕ່າງປະເທດ ແລະ ພັດທະນາສາກົນ ຂອງ ສະພາຕ່ຳການາດາ. ຕາມຂໍ້ກຳນົດແລ້ວ, ບັນດາສ່ວນບຸກຄົນ ໃນບັນຊີລາຍຊື່ລົງໂທດ ຈະຖືກຫ້າມບໍ່ໃຫ້ເຂົ້າປະເທດຈີນ. ຄຳສັ່ງລົງໂທດກໍ່ຫ້າມບໍ່ໃຫ້ພົນລະເມືອງ ແລະ ບັນດາອົງການຂອງຈີນ ຮ່ວມມືກັບບັນດາສ່ວນບຸກຄົນ ແລະ ອົງການໃນບັນຊີລາຍຊື່ລົງໂທດ.
            ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ບັນດາຄຳສັ່ງລົງໂທດໃໝ່ເລັ່ງໃສ່ການໂຕ້ຕອບເລື່ອງ ອາເມລິກາ ແລະ ການາດາ ໄດ້ຈັດວາງບັນດາຄຳສັ່ງລົງໂທດແບບລຳຟັງຝ່າຍດຽວ ເຊິ່ງເລັ່ງໃສ່ບັນດາສ່ວນບຸກຄົນ, ອົງການຢູ່ຊີນຈຽງ ໃນວັນທີ 22 ມີນາ ຜ່ານມາ ໂດຍອີ່ງໃສ່ບັນດາຂໍ້ມູນບໍ່ເປັນທາງການ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top