• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳ​ນວນແຂກ​ທ່ອງ​ທ່ຽວ ເອີ​ຣົບ ເດີນ​ທາງມາ ຫວຽດ​ນາມ ເພີ່ມ​ຂຶ້ນ​ລະ​ດັບ​ສິ​ຖິ​ຕິ

ຈຳນວນແຂກທ່ອງທ່ຽວ ເອີຣົບ ມາຫວຽດນາມໃນສາມໄຕມາດຕົ້ນປີ ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນດ້ວຍກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 15,4 ລ້ານເທື່ອຄົນໃນ 9 ເດືອນຕົ້ນປີ 2025 (ພາບ: VOV)
ຫວຽດນາມ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 15,4 ລ້ານເທື່ອຄົນໃນ 9 ເດືອນຕົ້ນປີ 2025, ເພີ່ມຂຶ້ນ 21,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ດ້ວຍນະໂຍບາຍວີຊາ (visa) ອຳນວຍຄວາມສະດວກ, ບັນດາລາຍການໂຄສະນາ, ສົ່ງເສີມການທ່ອງທ່ຽວໄດ້ຮັບການຍູ້ແຮງ ພ້ອມກັບບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນບຸນໃຫຍ່ຂອງປະເທດຊາດ ໄດ້ດຶງດູດແຂກທ່ອງທ່ຽວສາກົນມາ ຫວຽດນາມ ເປັນຈຳນວນຫຼວງຫຼາຍ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ຈຳນວນແຂກທ່ອງທ່ຽວ ເອີຣົບ ມາຫວຽດນາມໃນສາມໄຕມາດຕົ້ນປີ ໄດ້ເພີ່ມຂຶ້ນຢ່າງກະໂດດຂັ້ນດ້ວຍກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນເກືອບ 35% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ລະດັບເພີ່ມຂຶ້ນໄດ້ຮັບການຮັບຮູ້ ຢູ່ບັນດາຕະຫຼາດຫຼັກຄື ສະຫະພັນ ລັດເຊຍ ເພີ່ມຂຶ້ນກວ່າ 245%, ໂປໂລຍ 55%, ໂຮນລັງ 35%, ຝລັ່ງ 32,3%, ອັງກິດ ກວ່າ 29%, ເຢຍລະມັນ ເກືອບ 24%... ບັນດາຕະຫຼາດເຕີບໂຕຢ່າງແຮງນັ້ນ ສ່ວນຫຼາຍແມ່ນກຸ່ມປະເທດໄດ້ຮັບການຍົກເວັ້ນວີຊາ ນັບແຕ່ວັນທີ 15 ສິງຫາ, ລວມມີ: ແບນຊິກ, ບຸນກາຣີ, ກຣົວຊີ, ສ.ເຊັກໂກ, ຮຸງກາຣີ, ໂຮນລັງ, ໂປໂລຍ, ສະວິດ… ດ້ວຍກຳນົດເວລາ 45 ວັນ. ນອກຈາກນັ້ນ, ຈຳນວນແຂກທ່ອງທ່ຽວທີ່ມາຈາກບັນດາປະເທດ ເອີຣົບຕາເວັນຕົກ ທີ່ໄດ້ຮັບການຍົກເວັ້ນວີຊາໃນຫຼາຍປີຜ່ານມາ ກໍສືບຕໍ່ຮັກສາທ່າເຕີບໂຕ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top