• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ ຂຶ້ນ​ຢູ່ ກູ​ບາ, ລາວ, ລັດ​ເຊຍ, ເຢຍ​ລະ​ມັນ

ວັນທີ 17 ພຶດສະພາ, ຢູ່ ກູບາ, ລາວ, ລັດເຊຍ ແລະ ເຢຍລະມັນ ມີຫຼາຍກິດຈະກຳຖືກຈັດຂຶ້ນ ແນໃສ່ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 134 ປີ (19/05/1890 – 19/05/2024).
ຫຼາຍກິດຈະກຳແຂ່ງຂັນ ໄດ້ຈັດຂຶ້ນຢູ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ

ຢູ່ ກູບາ, ສະຖາບັນ ກູບາ ມິດຕະພາບກັບບັນດາຊົນຊາດ (ICAP) ແລະ ສະຖານທູດ ຫວຽດນາມ ປະຈຳ ກູບາ ໄດ້ຈັດພິທີວາງພວງມາລາ ຢູ່ສວນສາທາລະນະ ປະທານ ໂຮ່ຈີມິນ ຢູ່ນະຄອນຫຼວງ La Habana. ທີ່ພິທີ, ທ່ານ Ruvislei Gonazalez Saez ຮອງປະທານສະມາຄົມມິດຕະພາບ ກູບາ - ຫວຽດນາມ ຢັ້ງຢືນວ່າ ແນວຄິດອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ໜຶ່ງໃນບັນດາການນຳຜູ້ສຳຄັນທີ່ສຸດຂອງສະຕະວັດທີ 20, ຍັງຝັງເລິກຢູ່ໃນຈິດສຳນຶກຂອງປະຊາຊົນ ຫວຽດນາມ 100 ລ້ານຄົນ ແລະ ນັກປະຕິວັດທຸກຄົນໃນໂລກ. ທ່ານ Gonazalez Saez ກໍຍ້ອງຍໍສັນລະເສີນປະທານ ໂຮ່ຈີມິນ ຜູ້ມີວິໄສທັດອັນກວ້າງໄກ, ນັກປະຕິວັດຜູ້ຍິ່ງໃຫຍ່ ທີ່ໄດ້ຕໍ່ສູ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍເພື່ອພາລະກິດອັນດີງາມທີ່ສຸດຂອງ ຫວຽດນາມ ແລະ ມວນມະນຸດ.

ຢູ່ລາວ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຕັ້ງຢູ່ນະຄອນຫຼວງ ວຽງຈັນ ກໍຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ເຊັ່ນດຽວກັນ. ກ່ອນໜ້ານັ້ນ, ໂຮງຮຽນດັ່ງກ່າວກໍໄດ້ຈັດຫຼາຍກິດຈະກຳແຂ່ງຂັນ ເພື່ອໃຫ້ພວກນ້ອງນັກຮຽນມີໂອກາດຊອກຮູ້ກ່ຽວກັບຊີວະປະຫວັດ ແລະ ໄລຍະເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ.

        ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ກໍໄດ້ຈັດພິທີສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈີມິນ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top