• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດຕັ້ງວັນບຸນວິສາຂະບູຊາ 2021 - ພ.ສ 2565 ທີ່ມີຄວາມໝາຍ, ຄວາມປອດໄພຢ່າງແທ້ຈິງ

      ເນື່ອງໃນໂອກາດ ວັນບຸນວິສາຂະບູຊາ 2021 - ພ.ສ 2565, ແລະ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສະມາຄົມພຸດທະສາສະໜາ ຫວຽດນາມ (1981 - 2021), ບັນດາທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດການເຄື່ອນໄຫວທີ່ມີຄວາມໝາຍແທ້ຈິງຫຼາຍຢ່າງ ແຕ່ຍັງຮັບປະກັນຫຼັກການ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ທ່ານ ຟ້າມວັນຫ໋ຽນ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນນຄະຄອນເກິ່ນເທີ ມອບຂອງຂວັນໃຫ້ແກ່ພະມາຫາອາຈານ ທິກມິງລີ໊, ຫົວໜ້າຄະນະບໍລິຫານງານພຸດທະສາສະໜາ ຫວຽດນາມ ນະຄອນເກິ່ນເທີ (ພາບ: TTXVN
      ເນື່ອງໃນໂອກາດນີ້, ທ່ານ ໂດວັນຈ໊ຽນ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົ່ງຈົດໝາຍອວຍພອນ ພໍ່ແມ່ປະຊາຊົນ ພຸດທະສາສະນິກກະຊົນ ໃນທົ່ວປະເທດ. ໃນສານ, ທ່ານ ໂດວັນຈ໊ຽນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ສະມາຄົມພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດ ແລະ ແຫຼ່ງກຳລັງຂອງ ພຸດທະສາສະໜາ ເພື່ອພ້ອມກັບປະຊາຊົນທົ່ວປະເທດຜ່ານຜ່າໂລກລະບາດໂຄວິດ - 19 ຄັ້ງນີ້.
ວັນທີ 25 ພຶດສະພາ, ການນຳນະຄອນ ເກິ່ນເທີ ໄດ້ແຕ່ງຕັ້ງຄະນະຜູ້ແທນລົງຢ້ຽມຢາມ ແລະ ອວຍພອນວັນບຸນວິສາຂະບູຊາ 2021 - ພ.ສ 2565 ຢູ່ບັນດາສະຖານທີ່ບູຊາ ໃນບໍລິເວນນະຄອນ. ນະທີ່ນີ້, ການນຳນະຄອນມີຄວາມປາດຖະໜາຢາກ ໃນໄລຍະຈະມາເຖິງ, ດ້ວຍທິດນຳທີ່ວ່າ “ຢູ່ໃນສິນ, ກິນໃນທຳ”, “ຮ່ວມເດີນທາງພ້ອມກັບປະເທດຊາດ”, ບັນດາຜູ້ມີຍົກສັກຕຳແໜ່ງ, ພະມະຫາອາຈານ ບັນດາສະຖານທີ່ບູຊາ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ສືບຕໍ່ຂົນຂວາຍປະຊາຊົນ, ປະຕິບັດບັນດາແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຍູ້ແຮງວຽກງານທຳການກຸສົນໃນສັງຄົມ, ພ້ອມກັບນະຄອນເກິ່ນເທີ ແລະ ທົ່ວປະເທດປະຕິບັດ “ເປົ້າໝາຍຄວບຄູ່” ທັງພັດທະນາເສດຖະກິດ - ສັງຄົມ, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງມີໄຊ.
(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top