ພາບປະກອບ: TTXVN
ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມອບໃຫ້ກະຊວງສາທາລະນະສຸກ ຫວຽດນາມ ເປັນປະທານ, ສົມທົບກັບກະຊວງການສຶກສາ ແລະ ບຳລຸງສ້າງ ຈັດການສຳຫຼວດ ການສັກວັກຊິນໃຫ້ແກ່ເດັກນ້ອຍທີ່ມີອາຍຸແຕ່ 5 ປີຂຶ້ນໄປ, ທາບທາມປະສົບການຈາກສາກົນ, ທີ່ຖອດຖອນບົດຮຽນຈາກບັນດາທ້ອງຖິ່ນພາຍໃນປະເທດ, ກະກຽມແຜນການສັກວັກຊິນໃຫ້ແກ່ເດັກນ້ອຍ ເພື່ອໃຫ້ໄດ້ໄປມາຮຽນ ຢູ່ໂຮງຮຽນ ໂດຍກົງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ຮຽກຮ້ອງໃຫ້ ກະຊວງສາທາລະນະສຸກ ຮີບດ່ວນປະຕິບັດບັນດາຄຳສັ່ງຂອງ ນາຍົກລັດຖະມົນຕີ ກ່ຽວກັບການຍູ້ໄວການສັກວັກຊິນ, ກ່ຽວກັບຄວາມຕ້ອງ ການນຳເຂົ້າ ວັກຊິນ ເພື່ອຮັບປະກັນເປົ້າໝາຍທີ່ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳ.
(ແຫຼ່ງຄັດຈາກ VOV)