ຕອນຄ່ຳວັນທີ 19 ເມສາ, ງານມະຫາກຳກິລາ ນະຄອນໂຮ່ຈີມິນ ຄັ້ງທີ 1 ໄດ້ໄຂຂຶ້ນດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ໂດຍມີການເຂົ້າຮ່ວມຂອງນັກກິລາປະມານ 10.000 ຄົນທີ່ມາຈາກ 168 ຄະນະ, ເຊິ່ງຈະແຂ່ງຂັນກິລາ 44 ປະເພດລວມມີ 832 ເນື້ອໃນ ນີ້ແມ່ນບາດກ້າວກະກຽມກຳລັງໃຫ້ແກ່ງານມະຫາກຳກິລາທົ່ວປະເທດ ປີ 2026. ພິທີໄຂໄດ້ດຳເນີນດ້ວຍບັນດາລາຍການສະແດງສິລະປະ, ວັດທະນະທຳ, ສິລະປະຂີ່ລົດຈັກ… ຫຼັງຈາກນັ້ນ,168 ຄະນະທີ່ມາຈາກ 168 ຕາແສງ ແລະ 2 ຄະນະນັກກິລາ ມາຈາກກອງບັນຊາການນະຄອນ, ຕຳຫຼວດນະຄອນແຫ່ຜ່ານຜາມພິທີ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຫງວຽໜແມັ້ງເກືອງ ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:
ຈາກບັນຍາກາດຂອງງານມະຫາກຳ, ພວກເຮົາສືບຕໍ່ຍູ້ແຮງຂະບວນການຝືກຝົນຫຼໍ່ຫຼອມຮ່າງກາຍ, ຍົກສູງສຸຂະພາບກວ່າອີກ, ສ້າງຊາວນະຄອນໂຮ່ຈີມິນໃຫ້ພັດທະນາຢ່າງຮອບດ້ານ, ມີໄຫວພິບ, ຄຸນນະທາດ ແລະ ເຕັມໄປດ້ວຍຄວາມມຸ່ງຫວັງ. ຜ່ານນັ້ນ, ຕອບສະໜອງພາລະກິດແຫ່ງການສ້າງສາ ແລະພັດທະນານະຄອນ ໂຮ່ຈີມິນ ໃນສັງກາດໃໝ່.








