• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ບຸນຊຸດ​ເສື້ອ​ຍາວ ແລະ ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ 2024: ເຊີດ​ຊູ​ສິ່ງ​ຍອດ​ຢ້ຽມ​ຂອງ​ຊຸດ​ເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດ​ນາມ

ເພື່ອສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ຄົບຮອບ 70 ປີ (10/10/1954-10/10/2024), ຕອນຄ່ຳວັນທີ 4 ຕຸລາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດພິທີໄຂງານບຸນຊຸດເຊື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ ປີ 2024, ຢູ່ພະລາດຊະວັງທັງລອງ, ຮ່າໂນ້ຍ.
ງານບຸນຊຸດເສື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ ປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປະກອນ ແລະ ນັກອອກແບບທີ່ມາຈາກ 3 ພາກເໜືອ, ກາງໃຕ້ ແລະ ວິສາຫະກິດທ່ອງທ່ຽວເປັນຈຳນວນຫຼາຍ

ງານບຸນຊຸດເຊື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ ປີ 2024 ໄດ້ນຳການສຳຜັດຕົວຈິງອັນພິເສດມາໃຫ້ແກ່ຜູ້ຊົມ. ບັນດາບົດເພງທີ່ມີຊື່ສຽງກ່ຽວກັບນະຄອນຫຼວງ ຮ່າໂນ້ຍ ໄດ້ຂັດບຂຶ້ນຜ່ານແຕ່ລະຖ້ອຍທຳນອງ ແລະ ນ້ຳສຽງຂອງບັນດານັກຮ້ອງສິລະປິນ ເພື່ອປຸກລຸກນ້ຳໃຈຮັກມັກ ແລະ ເອກອ້າງທະນົງໃຈຕໍ່ກັບນະຄອນຫຼວງ ຮ່າໂນ້ຍ, ຫົວໃຈຂອງທົ່ວປະເທດ.

ດ້ວຍຫົວຂໍ້ “ຮ່າໂນ້ຍ ແຫ່ງຍອດຍິ່ງຂອງຊຸດເຊື້ອຍາວ”, ລາຍການສະແດງສິລະປະໄຂງານບູນປີນີ້ ລວມມີ 3 ພາກ. ເຂົ້າຮ່ວມ ແລະ ວາງສະແດງຊຸດອາພອນ ຢູ່ງານບຸນ, ນັກອອກແບບ ດຶກຮູ່ງ ແບ່ງປັນວ່າ:

“ສຳລັບຂ້າພະເຈົ້າແລ້ວ, ຮ່າໂນ້ຍມີລະດູໜາວ ແມ່ນສິ່ງທີ່ມີຄຸນຄ່າຫຼາຍ. ເມື່ອກ່ອນ, ລຸ້ນພໍ່ລຸ້ນອ້າຍ, ລຸ້ນແມ່ເຮົາ ມັກຈະນັ່ງຕັດຊັບຊີ້ວຊັບຝ້າຍໃສ່ເສື້ອກັນໜາວເອງໃຫ້ລູກ, ໃຫ້ຫຼານຂອງຕົນນຸ່ງຢູ່ສະໜາມຮົບປັກປັກຮັກສານະຄອນຫຼວງ ແລະ ປົກປັກຮັກສາປະເທດຊາດ. ບັນດາຮູບພາບ ແລະ ວັດທະນະທຳເຫຼົ່ານັ້ນ ຍາມໃດກໍຝັງເລິກໃນໃຈຂ້າພະເຈົ້າ. ແລະ ມື້ນີ້, ເສື້ອທີ່ໄດ້ຊັບງິ້ວຊັບຝ້າຍຜືນຕ່າງໆ ຈະພ້ອມກັບຊຸດເສື້ອຍາວຂອງລະດູໜາວ ຮ່າໂນ້ຍ ສ້າງເປັນຄວາມອົບອຸ່ນ, ໃນນັ້ນ ມີທັງຄວາມຮັກປະເທດຊາດ, ຮັກນະຄອນຫຼວງ”

ງານບຸນຊຸດເສື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ ປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປະກອນ ແລະ ນັກອອກແບບທີ່ມາຈາກ 3 ພາກເໜືອ, ກາງໃຕ້ ແລະ ວິສາຫະກິດທ່ອງທ່ຽວເປັນຈຳນວນຫຼາຍ. ທ່ານຮອງປະທານ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ນາງ ຫວູທູຮ່າ ໃຫ້ຮູ້ວ່າ:

“ບັນດາການເຄື່ອນໄຫວຂອງງານບຸນດັ່ງກ່າວ ຈະນຳມາໃຫ້ເພື່ອນມິດສາກົນ, ແຂກທ່ອງທ່ຽວ, ປະຊາຊົນ ການສຳຜັດຕົວຈິງທີ່ໜ້າຈັບອົກຈັບໃຈ, ອາລົມຈິດອັນເລິກເຊິ່ງກ່ຽວກັບຄວາມງາມຂອງວັດທະນະທຳປະຈຳຊາດໄປພ້ອມກັບການເດີນທາງໃນປະຫວັດສາດ ຮ່າໂນ້ຍ 70 ປີ ຜ່ານກະແສມໍລະດົກ ແລະ ການພັດທະນາ.”

ງານບຸນຈະດຳເນີນຈົນຮອດແລງວັນທີ 06 ຕຸລາ ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Guinea-Bissau, Madagascar ແລະ Ghana

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Guinea-Bissau, Madagascar ແລະ Ghana

ໃນຂອບເຂດກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19, ຢູ່ຫໍຜາສາດ Villers-Cotterêts, ຕັ້ງຢູ່ຫ່າງຈະນະຄອນຫຼວງ ປາຣີ ຂອງ ສ.ຝລັ່ງ 80 ກິໂລແມັດ, ຕອນບ່າຍວັນທີ 4 ຕຸລາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບທ່ານປະທານາທິບໍດີ Guinea-Bissau, Madagascar ແລະ Ghana.

Top