• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງໂຄສະນາກ່ຽວກັບສອງໝູ່ເກາະຮວ່າງຊາ,ເຈື່ອງຊາແມ່ນຂອງຫວຽດນາມ

      ວັນທີ 7 ສິງຫາ, ຢູ່ສູນວັດທະນະທຳ ເມືອງຮ່າມທ້ວນນາມ, ພະແນກຖະແຫຼງຂ່າວ ແລະ ສື່ສານ ແຂວງບິ່ງທ້ວນ ໄດ້ຈັດຕັ້ງງານວາງສະແດງແຜນທີ່ ແລະ ວາງສະແດງເອກະສານ, ວັດຖຸພັນ “ ຮວ່າງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ ”. 

ງານວາງສະແດງດຶງດູດຜູ້ຊົມເປັນຈຳນວນຫຼວງຫຼາຍ
      ງານວາງສະແດງ ໄດ້ສະແດງ ແລະ ແນະນຳແຜນທີ່ເກືອບ 100 ແຜ່ນ,  atlas ທີ່ໄດ້ຮັບການຄັດເລືອກມາຈາກແຜນທີ່ກວ່າ 260 ແຜ່ນ ທີ່ກ່ຽວຂ້ອງເຖິງບັນຫາອະທິປະໄຕຂອງຫວຽດນາມ ສຳລັບ ສອງໝູ່ເກາະຮວ່າງຊາ ແລະ ເຈື່ອງຊາ. ເອກະສານ, ວັດຖຸພັນຫຼາຍຢ່າງທີ່ໄດ້ຄັດເລືອກມາວາງສະແດງໃນຄັ້ງນີ້ ແມ່ນບັນດາພະຍານຫຼັກຖານທີ່ໜັກແໜ້ນ ກ່ຽວກັບອະທິປະໄຕ ທີ່ບໍ່ສາມາດຖົກຖຽງໄດ້ຂອງຫວຽດນາມ ສຳລັບສອງໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ. ຄຽງຂ້າງນັ້ນ, ງານວາງສະແດງຍັງໄດ້ແນະນຳສື່ສິ່ງພິມ, ເອກະສານ ແລະ ບັນດາກິດຈະກຳຄົ້ນຄວ້າຂອງບັນດານັກຮຽນຮູ້ຫວຽດນາມ ແລະ ສາກົນພິມຈຳໜ່າຍຢູ່ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບອະທິປະໄຕເຂດທະເລ, ໝູ່ເກາະຂອງຫວຽດນາມ.
      ງານວາງສະແດງຈະສິ້ນສຸດລົງໃນ ວັນທີ 10 ສິງຫາ.
 (ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top