• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຮູບພາບສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈິມິນອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ

ຕອນເຊົ້າວັນທີ 08 ມິຖຸນາ, ຄະນະຈັດຕັ້ງບັນດາວັນບຸນໃຫຍ່ນະຄອນໂຮ່ຈິມິນ ໄດ້ໄຂງານວາງສະແດງພາບຖ່າຍ “ນະຄອນໂຮ່ຈິມິນ ຕັ້ງໜ້າປະຕິບັດຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ”, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ (11 ມິຖຸນາ 1948 – 11 ມິຖຸນາ 2018).


(ງານວາງສະແດງພາບຖ່າຍ “ນະຄອນໂຮ່ຈິມິນ ຕັ້ງໜ້າປະຕິບັດຄຳຮຽກຮ້ອງ

ແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ”)

ງານວາງສະແດງໄດ້ວາງສະແດງພາບຖ່າຍເອກະສານເກືອບ 100 ແຜ່ນ ໄດ້ທີ່ຮັບການຄັດຈ້ອນ ເພື່ອສ່ອງແສງຄຳຮຽກຮ້ອງຂອງປະທານໂຮ່ຈິມິນ. ມາຢ້ຽມຊົມງານວາງສະແດງ, ເອື້ອຍ ຮົ່ງແຮ້ງ, ຢູ່ເມືອງ 1, ນະຄອນໂຮ່ຈິມິນ, ໃຫ້ຮູ້ວ່າ.

      “ເມື່ອມາເຂົ້າຊົມພາບຖ່າຍ ຂ້າພະເຈົ້າເຫັນວ່າ ມີພາບຖ່າຍ, ເອກະສານກ່ຽວກັບປະທານໂຮ່ຈິມິນ ຫຼາຍຢ່າງ, ໃນນັ້ນມີຈຸດເວລາທີ່ປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ. ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບບັນດາການເຄື່ອນໄຫວໃນວິວັດການຂອງປະທານໂຮ່ຈິມິນ ອອກຄຳຮຽກຮ້ອງໃຫ້ທົ່ວປະເທດ ພ້ອມກັບປະຊາຊົນອອກເຫື່ອເທແຮງຕໍ່ສູ້ປົກປັກຮັກສາປະເທດ. ຜ່ານນັ້ນ, ໄດ້ປຸກລຸກນ້ຳໃຈຮັກຊາດ, ເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງຊາດ”.

      ງານວາງສະແດງ “ນະຄອນໂຮ່ຈິມິນ ຕັ້ງໜ້າປະຕິບັດຄຳຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານໂຮ່ຈິມິນ” ເປີດປະຕູຮອດວັນທີ 20 ມິຖຸນາ ຈຶ່ງຈະອັດລົງ.

(ແຫຼ່ງຄັດຈາກ VOV)


ອົດ​ສະ​ຕາ​ລີ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ອົດ​ສະ​ຕາ​ລີ ປາດ​ຖະ​ໜາ​ຢາກ​ຮ່ວມ​ເດີນ​ທາງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ

ທ່ານ Layton Pike ສະ​ມາ​ຊິກ ສະ​ພາ​ໃຫ້​ຄຳ​ປຶກ​ສາ​ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ AVPI), ແບ່ງ​ປັນ​ວ່າ​ສິ່ງ​ທີ່​ທ່ານ​ປະ​ທັບ​ໃຈ​ທີ່​ສຸດ​ກ່ຽວ​ກັບ​ບົດ​ກ່າວ​ຄຳ​ເຫັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ນັ້ນ​ແມ່ນ ວິ​ໄສ​ທັດ​ຍາວ​ນານ​ໃຫ້ ຫວຽດ​ນາມ ຈົນ​ຮອດ​ປີ 2045 ພ້ອມ​ກັບ 5 ​ທິດ​ທາງ​ໃຫຍ່​ສຳ​ລັບ​ການ​ພົວ​ພັນ​ສອງ​ຝ່າຍ.

Top