• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຮູບຖ່າຍ “ຫວຽດນາມ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19”

ວັນທີ 17 ກໍລະກົດ, ທີ່ນະຄອນ ເຫ້ວ, ແຂວງ ເທື່ອທຽນເຫ້ວ, ສະມາຄົມນັກຖ່າຍຮູບ ຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມວັນນະຄະດີສິລະປະແຂວງ ເທື່ອທຽນເຫ້ວ ໄຂງານວາງສະແດງຮູບຖ່າຍ “ຫວຽດນາມ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19”. 

ງານວາງສະແດງຮູບຖ່າຍ “ຫວຽດນາມ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19” (ພາບ: TTXVN)

ມີຜະລິດຕະພັນຮູບຖ່າຍກ່ວາ 100 ແຜ່ນທີ່ນຳມາວາງສະແດງ ໄດ້ຊ່ວຍໃຫ້ຜູ້ຊົມ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງປະຊາຊົນ ຫວຽດນາມ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວປວງຊົນທັງຊາດ ເພື່ອພ້ອມກັນສະກັດກັ້ນໂລກລະບາດອັນຕະລາຍຂອງມວນມະນຸດ; ການເສຍສະຫຼະຂອງຜູ້ຢູ່ແນວໜ້າຕ້ານໂລກລະບາດ ແລະ ການແບ່ງປັນໃນຍາມຫຍຸ້ງຍາກ, ຖືກເຄາະຮ້າຍຂອງປະຊາຊົນຢູ່ທຸກເຂດພາກໃນທົ່ວປະເທດ. ງານວາງສະແດງຈະອັດລົງໃນວັນທີ 19 ກໍລະກົດ. 
(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top