• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງວິຈິດສິນເຂດທິດໃຕ້ພາກກາງ - ໄຕງວຽນເປີດກວ້າງ

      ວັນທີ 13 ສິງຫາ, ຢູ່ນະຄອນ ກວີເຍີນ (ແຂວງ ບິ່ງດິ້ງ), ພະແນກ ວັດທະນະທຳ ແລະ ກິລາ, ສະຫະພັນບັນດາສະມາຄົມວັນນະຄະດີ ສິລະປະແຂວງ ບິ່ງດິ້ງ

ງານວາງສະແດງວິຈິດສິນເຂດທິດໃຕ້ພາກກາງ - ໄຕງວຽນເປີດກວ້າງ (ພາບ: TTXVN)
      ສົມທົບກັບສະມາຄົມ ວິຈິດສິນ ຫວຽດນາມ ຈັດຕັ້ງ ງານວາງສະແດງວິຈິດສິນເຂດທິດໃຕ້ພາກກາງ - ໄຕງວຽນ ເປີດກວ້າງຄັ້ງທີ 22 ປີ 2017. ງານວາງສະແດງແນະນຳຜະລິດຕະພັນວິຈິດສິນ 203 ຢ່າງຂອງ 196 ຄົນ. ບັນດາຜະລິດຕະພັນວິຈິດສິນທີ່ວາງສະແດງຢູ່ທີ່ນີ້ ລ້ວນແຕ່ໄດ້ຮັບການປະດິດແຕ່ງແຕ່ເດືອນສິງຫາ ປີ 2016 ມາຮອດປະຈຸບັນ.
      ສະພາສິລະປະ ສະມາຄົມວິຈິດສິນ ຫວຽດນາມ ໄດ້ມອບ 12 ລາງວັນໃຫ້ບັນດານັກປະດິດແຕ່ງ, ໃນນັ້ນມີ 3 ລາງວັນ B, 2 ລາງວັນ C ແລະ 7 ລາງວັນສົ່ງເສີມ. ສະມາຄົມວິຈິດສິນ ຫວຽດນາມ ກໍ່ໜູນຊ່ວຍໃຫ້ຜູ້ປະດິດແຕ່ງຂອງ 10 ຜະລິດຕະພັນວິຈິດສິນ ແລະ ແນະນຳ 23 ຜະລິດຕະພັນວິຈິດສິນເຂົ້າຮ່ວມງານປະກວດຂອງຄະນະກຳມະການສະຫະພັນສະມາຄົມວັດທະນະທຳ ສິລະປະ ຫວຽດນາມ ທົ່ວປະເທດ.
(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top