ງານວາງສະແດງ “ຫວຽດນາມ: ຄວາມງາມ ແລະ ພະລັງຊີວິດຕະຫຼອດໄປ” ຢູ່ ອີຣານ ໂດຍສະຖານທູດ ຫວຽດນາມ ປະຈຳ ອີຣານ ສົມທົບກັບເວທີປາໄສເຈົ້າຄອງນະຄອນອາຊີ, ອຳນາດການປົກຄອງນະຄອນ ເຕເຮຣານ ແລະ ບໍລິສັດລົດທາງໄຟຕົວເມືອງ ເຕເຮຣານ ຈັດຂຶ້ນໃນວັນທີ 12 ຕຸລາ, ຢູ່ສະຖານນີລົດໄຟ Tajrish - ເຊິ່ງເປັນໜຶ່ງໃນບັນດາສູນຄົມມະນາຄົມໃຫຍ່ທ່ີສຸດຂອງ ເຕເຮຣານ. ງານວາງສະແດງໄດ້ແນະນຳພາບຖ່າຍພົ້ນເດັ່ນກວ່າ 20 ແຜ່ນ, ເປັນເອກະລັກສະເພາະກ່ຽວກັບປະເທດຊາດ, ມະນຸດ ແລະ ວັດທະນະທຳ ຫວຽດນາມ, ຈາກບັນດາທັດສະນີຍະພາບມີຊື່ສຽງຄື ຮະລອງ, ນິງບິ່ງ, ດ່ານັ້ງ, ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ…, ຕະຫຼອດຮອດຊີວິດປະຈຳວັນ, ງານບຸນປະເພນີ ແລະ ຈຸດຄວາມງາມຂອງບັນດາເຂດຕົວເມືອງທັນສະໄໝ.
ທີ່ພິທີໄຂ, ທ່ານ Hamidreza Gholamzadeh, ຫົວໜ້າຜູ້ຮັບຜິດຊອບການຕ່າງປະເທດຂອງອຳນາດການປົກຄອງ ເຕເຮຣານ ໃຫ້ຮູ້ວ່າ ຜ່ານງານວາງສະແດງ, ປະຊາຊົນ ອີຣານ ຈະມີຄວາມເຂົ້າໃຈກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມ, ກ່ຽວກັບວັດທະນະທຳ, ທິວທັດທຳມະຊາດ ແລະ ບັນດາເຂດຕົວເມືອງທີ່ພວມພັດທະນາຢ່າງຂະຫຍັນຂັນເຄື່ອນຫຼາຍກວ່າອີກ.