• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງ APEC ກ່ຽວກັບຜະລິດຕະພັນທັນຍາຫານ ແລະ ເຕັກໂນໂລຊີໃໝ່ໃນຂະແໜງກະສິກຳ

      ງານວາງສະແດງແມ່ນແຫ່ງສ້າງເງື່ອນໄຂໃຫ້ບັນດາພື້ນຖານເສດຖະກິດໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນວິທີການ ແລະ ເຕັກໂນໂລຊີການຜະລິດທີ່ກ້າວໜ້າທັນສະໄໝ ມຸ່ງໄປສູ່ພື້ນຖານກະສິກຳພັດທະນາແບບຍືນຍົງລະຫວ່າງພື້ນຖານບັນດາພື້ນຖານເສດຖະກິດ APEC

ບັນດາແຂກເຂົ້າຮ່ວມງານວາງສະແດງ
      ໃນຂອບເຂດບັນດາການເຄື່ອນໄຫວຂອງສັບປະດາຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ການປຶກສາຫາລືນະໂຍບາຍຂັ້ນສູງກ່ຽວກັບຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຕອນແລງວັນທີ 21 ສິງຫາ, ຢູ່ນະຄອນເກີ່ນເທີ, ໄດ້ເປີດງານວາງສະແດງ APEC ກ່ຽວກັບຜະລິດຕະພັນທັນຍາຫານ ແລະ ເຕັກໂນໂລຊີໃໝ່ໃນຂະແໜງກະສິກຳ. ງານວາງສະແດງແມ່ນແຫ່ງສ້າງເງື່ອນໄຂໃຫ້ບັນດາພື້ນຖານເສດຖະກິດໄດ້ພົບປະແລກປ່ຽນ, ຖອດຖອນບົດຮຽນວິທີການ ແລະ ເຕັກໂນໂລຊີການຜະລິດທີ່ກ້າວໜ້າທັນສະໄໝ ມຸ່ງໄປສູ່ພື້ນຖານກະສິກຳພັດທະນາແບບຍືນຍົງລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ APEC. ທ່ານ ດ່າວແອັງຢຸງ, ຮອງປະທານຄະນະກຳມະການປະຊາຊົນແຂວງເກີ່ນເທີ, ໃຫ້ຮູ້ວ່າ:
        ດ້ວຍເປົ້າໝາຍລວມແມ່ນມຸ່ງໄປສູ່ພື້ນຖານກະສິກຳຊີວະພາບ, ໝັ້ນຄົງ, ງານວາງສະແດງ APEC ກ່ຽວກັບຜະລິດຕະພັນທັນຍາຫານ ແລະ ເຕັກໂນໂລຊີໃໝ່ໃນຂະແໜງກະສິກຳແມ່ນໂອກາດເພື່ອໃຫ້ບັນດາພາກພື້ນເສດຖະກິດສະມາຊິກ APEC ແນະນຳຜະລິດຕະພັນກະສິກຳ, ເຕັກໂນໂລຊີໃໝ່ທີ່ທັນສະໄໝ ແລະ ຮັບມືກັບເງື່ອນໄຂການປ່ຽນແປງຂອງດິນຟ້າອາກາດ, ພົບປະແລກປ່ຽນ, ແບ່ງປັນ, ແລກປ່ຽນບົດຮຽນ, ເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດ ເພື່ອແນໃສ່ຊຸກຍູ້ການໝູນໃຊ້ວິທະຍາສາດເຕັກໂນໂລຊີໃນການຜະລິດກະສິກຳ ເພື່ອຍົກສູງສະມັດຕະພາບ, ຄຸນນະພາບ, ຕອບສະໜອງຄວາມຕ້ອງການກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການ.
 (ແຫຼ່ງຄັດຈາກ VOV)

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ຮ່າໂນ້ຍ ຍົກສູງຄຸນນະພາບການຄຸ້ມຄອງລັດ ກ່ຽວກັບຄວາມປອດໄພດ້ານສະບຽງອາຫານ

ທ່ານ ເຢືອງດຶກຕ໋ວນ, ຮອງປະທານຜູ້ປະຈຳການ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫາກໍ່ລົງນາມປະກາດໃຊ້ ແຜນການສະບັບເລກທີ 336/KH-UBND ລົງວັນທີ 12 ທັນວາ 2025 ກ່ຽວກັບການແກ້ໄຂຈຸດຕິດຂັດດ້ານຄວາມປອດໄພດ້ານສະບຽງອາຫານ ໃນພື້ນທີ່ເຂດນະຄອນ ຮ່າໂນ້ຍ.

Top