• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນອາຫານການກິນ 2017:ໂຄສະນາວັດທະນະທຳອາຫານການກິນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ

      ພ້ອມກັບກັບບັນດາເຍື່ອງອາຫານພິເສດ, ບັນດາຮ້ານວາງສະແດງຍັງວາງສະແດງເຄື່ອງຫັດຖະກຳ, ເຄື່ອງທີ່ລະນຶກພົ້ນເດັ່ນຂອງໝູ່ບ້ານອາຊີບທ້ອງຖິ່ນ

ການມອບຂອງຂວັນໃຫ້ບັນດາຜູ້ທຸກຍາກ
      ວັນທີ 10 ທັນວາ, ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງງານບຸນອາຫານການກິນ ປີ 2017, ງານບຸນໄດ້ຮັບການຈັດຕັ້ງຄັ້ງທີ 5 ຢູ່ ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງຮ້ານວາງສະແດງກ່ວາ 100 ຮ້ານ ພ້ອມກັບບັນດາເຍື່ອງອາຫານ ແລະ ສິນພິເສດທີ່ເປັນເອກະລັກສະເພາະຂອງວັດທະນະທຳອາຫານການກິນບັນດາເຂດພາກຂອງ ຫວຽດນາມ ແລະ ຫຼາຍປະເທດໃນໂລກ. ນີ້ແມ່ນໂອກາດເພື່ອໃຫ້ຊາວ ຮ່າໂນ້ຍ ແລະ ບັນດາເພື່ອນມິດສາກົນ ຢູ່ ຫວຽດນາມ ໄດ້ເຊື່ອມຕົວເຂົ້າກັບຮັບບັນຍາກາດງານບຸນດ້ວຍສີສັນວັດທະນະທຳຫຼາກຫຼາຍ. ພ້ອມກັບກັບບັນດາເຍື່ອງອາຫານພິເສດ, ບັນດາຮ້ານວາງສະແດງຍັງວາງສະແດງເຄື່ອງຫັດຖະກຳ, ເຄື່ອງທີ່ລະນຶກພົ້ນເດັ່ນຂອງໝູ່ບ້ານອາຊີບທ້ອງຖິ່ນ…
        ກ່າວຄຳເຫັນໄຂງານບຸນອາຫານການກິນ ປີ 2017, ທ່ານນາງ ຫງວຽນຫງວຽດງາ - ພັນລະຍາຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ຢັ້ງຢືນວ່າ:
        ປີນີ້, ງານບຸນອາຫານການກິນພິເສດທີ່ສຸດ, ຍ້ອນວ່າເປັນຄັ້ງທີ 5 ພວກເຮົາຈັດຕັ້ງງານບຸນອາຫານການກິນນີ້. ພວກເຮົາໄດ້ເຕົ້າໂຮມກັນໃນມື້ນີ້ພ້ອມກັບນ້ຳໃຈມິດຕະພາບ, ແບ່ງປັນ ແລະ ຄວາມເຂົ້າອົກເຂົ້າໃຈຮັກແພງກັນ.  ພວກເຮົາຂໍຂອບໃຈເພື່ອນມິດສາກົນ ແລະ ພວກເພື່ອນຍ້ອນການສະໜັບສະໜູນ, ການຮ່ວມເດີນທາງ ແລະ ຄວາມສຸດຈິດສຸດໃຈຕໍ່ງານບຸນອາຫານການກິນ ຊຶ່ງປຽບເໝືອນໂລກຮັດແຄບເຂົ້າຢູ່ທີ່ນີ້.
 (ແຫຼ່ງຄັດຈາກ VOV)
 

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top