• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນວັດທະນະທຳອາການການກິນ, ເຍື່ອງອາຫານແຊບ Saigontourist Group 2024

ປີນີ້, ງານບຸນເປີດປະຕູຕ້ອນຮັບມະຫາຊົນແຕ່ນີ້ຮອດວັນທີ 31 ມີນາ.
ທີ່ງານບຸນ, ບັນດາສິ່ງຍອດຍິ່ງຂອງວັດທະນະທຳດ້ານອາຫານການກິນໄດ້ນຳມາສະແດງ (ພາບ: TTXVN)

ງານບຸນວັດທະນະທຳອາການການກິນ, ເຍື່ອງອາຫານແຊບ Saigontourist Group 2024 ໄຂຂຶ້ນໃນຕອນຄ່ຳວັນທີ 28 ມີນາ, ຢູ່ເຂດທ່ອງທ່ຽວ ວັນແທັງ, ເມືອງ ບິ່ງແທ້ງ, ນະຄອນ ໂຮ່ຈີມິນ.

ປີນີ້, ງານບຸນເປີດປະຕູຕ້ອນຮັບມະຫາຊົນແຕ່ນີ້ຮອດວັນທີ 31 ມີນາ. ທີ່ງານບຸນ, ບັນດາສິ່ງຍອດຍິ່ງຂອງວັດທະນະທຳດ້ານອາຫານການກິນໄດ້ນຳມາສະແດງ ແລະ ໂດຍນັກຊ່ຽວຊານທີ່ມາຈາກບັນດາເຄື່ອງໝາຍການຄ້າມີຊື່ສຽງໃນທົ່ວປະເທດຮັບໃຊ້. ໃນຂອບເຂດງານບຸນ, ຍັງມີການເຄື່ອນໄຫວຫຼາຍຢ່າງ, ຄື: ການສະແດງສິລະປະ, ການພົບປະແລກປ່ຽນວັດທະນະທຳ, ການລະຫຼີ້ນພື້ນເມືອງ, ວາດພາບຄືນການດຳລົງຊີວິດຢູ່ເຂດໝູ່ບ້ານອາຊີບພື້ນເມືອງ… ເຂົ້າຮ່ວມເຫດການ, ທ່ານນາງ ຮ່ວາງເຟື້ອງ, ຢູ່ແຂວງ ບິ່ງເຢືອງ, ໃຫ້ຮູ້ວ່າ:

“ຢູ່ທີ່ນີ້ໄດ້ເຕົ້າໂຮມຫຼາຍຄົນ, ມ່ວນຊື່ນ ແລະ ມີຫຼາຍສິ່ງທີ່ໜ້າຈັບໃຈ. ພວກຂ້າພະເຈົ້າໄດ້ຮັບຟັງຂັບ ເດີນກາຕາຍຕື, ຂັບ ກວານຫໍ້, ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ. ຂ້າພະເຈົ້າຮູ້ສຶກມ່ວນຫຼາຍ ແລະ ເຫັນວ່າ ເຫດການນີ້ແມ່ນເໝາະສົມທີ່ສຸດເພື່ອໃຫ້ທຸກຄົນພ້ອມກັນເຂົ້າຮ່ວມໄດ້”.

(ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top