ງານບຸນສະເຫຼີມສະຫຼອງວັນໄຊຊະນະ ງອັກໂຮ່ຍ - ດົງດາ, ຫຼືຍັງໄດ້ເອີ້ນວ່າງານບຸນ ໂພນ ດົງດາ, ໄດ້ຈັດຂຶ້ນໃນວັນທີ 5 ບຸນເຕັດ ຫວຽດນາມ ຂອງທຸກໆປີ ເພື່ອອາໄລຫາຈົດຈ່ຳເຖິງບຸນຄຸນອັນໃຫຍ່ຫຼວງຂອງນັກວິລະຊົນ ກວາງຈຸງ - ຫງວຽນເຫວ້ , ພ້ອມກັບນາຍທະຫານ, ກອງກຳລັງລຸກຮື້ຂຶ້ນ ໄຕເຊີນ ແລະ ປະຊາຊົນໃນສະໄໝນັ້ນ, ໄດ້ຕໍ່ສູ້ຢ່າງພິລະອາດຫານຕ້ານສັດຕູພາຍນອກເຂົ້າມາຮຸກຮານ, ປົກປັກຮັກສາພື້ນຖານເອກະລາດຂອງຊາດ. ນີ້ກໍແມ່ນໜຶ່ງໃນບັນດາວັນບຸນປະເພນີໃຫຍ່ທີ່ສຸດຂອງນະຄອນ ຮ່າໂນ້ຍ, ເຊິ່ງໄດ້ຟື້ນຟູປະຫວັດສາດອັນສະຫງ່າອົງອາດ ແລະ ບັນດາຜົນງານອັນສະຫງ່າລາສີຂອງຊາດ.
ງານບຸນ ໂພນ ດົງດາ ແມ່ນງານບຸນປະເພນີທີ່ໄດ້ຈັດຂຶ້ນໃນຍາມຕົ້ນລະດູບານໃໝ່ຢູ່ໂພນ ດົງດາ, ເຊິ່ງເປັນສະຖານທີ່ທ່ອງທ່ຽວປະຫວັດສາດຕັ້ງຢູ່ຖະໜົນ ໄຕເຊີນ, ຂຶ້ນກັບຕາແສງ ກວາງຈຸງ, ເມືອງ ດົງດາ, ຮ່າໂນ້ຍ. ນີ້ແມ່ນສະຖານທີ່ທີ່ໄດ້ທຳການຕໍ່ສູ້ຂອງຊາດ ຫວຽດນາມ ກັບພວກທະຫານ ແທັງ ທີ່ເຂົ້າມາຮຸກຮານໃນປີ 1789. ໃນເວລານັ້ນ, ຜູ້ຂຶ້ນຄອງບັນລັງເຈົ້າຊີວິດ ແມ່ນນັກວິລະຊົນ ກວາງຈຸງ - ຫງວຽນເຫວ້ ໄດ້ອອກຄຳສັ່ງໃຫ້ທະຫານເດີນທາງໄປພາກເໜືອເພື່ອຍາດເອົາເອກະລາດຂອງຊາດ.
ງານບຸນປະກອບດ້ວຍສອງພາກແມ່ນ ພິທີກຳ ແລະ ງານບຸນ. ໃນນັ້ນ, ພາກພິທີກຳດຳເນີນໄປແຕ່ເວລາ 6 ໂມງເຊົ້າ ດ້ວຍຫຼາຍພິທີທີ່ສັກສິດຕາມຮີດຄອງປະເພນີທີ່ມີມາແຕ່ດົນນານ.
“ຂ້າພະເຈົ້າເຫັນວ່າ ງານບຸນມີຄວາມສະຫງ່າຜ່າເຜີຍ, ປີໃດຂ້າພະເຈົ້າກໍ່ເຂົ້າຮ່ວມ. ຂ້າພະເຈົ້າມີອາຍຸສູງແລ້ວ, ພຽງແຕ່ຢາກເຂົ້າຮ່ວມພາກພິທີກຳເພື່ອບູຊາຟ້າ, ບູຊາພະພຸດທະເຈົ້າ, ຫຼັງຈາກນັ້ນກໍ່ເຮັດພິທີໃຫ້ເຈົ້າຊີວິດ ກວາງຈຸງ, ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍ”.
“ງານບຸນຈັດຂຶ້ນຢ່າງໃຫຍ່ໂຕ ແລະ ຟົດຟື້ນ; ຂ້າພະເຈົ້າໄດ້ເຂົ້າຮ່ວມທຸກໆປີ. ຂ້າພະເຈົ້າ ເຫັນວ່າການຈັດງານແມ່ນຂະຫນາດໃຫຍ່ແລະ ປະຊາຊົນຈາກທົ່ວທຸກແຫ່ງໄດ້ມຸ່ງໄປສູ່ງານບຸນ”.
ພາຍຫຼັງພິທີກຳ, ພາກງານບຸນໄດ້ເປີດສາກດ້ວຍການສະແດງຕີກອງທີ່ຟົດຟື້ນຢູ່ຕີນອະນຸສາວະລີເຈົ້າຊີວິດ ກວາງຈຸງ. ການສະແດງ “ກອນລຳປະຫວັດສາດ” ວາດພາບຄືນໄຊຊະນະ ງອັກໂຮ່ຍ - ດົງດາ ໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມຕິດຕາມເປັນຈຳນວນຫຼວງຫຼາຍ.
ນີ້ແມ່ນການສະແດງສິລະປະ ທີ່ເຂັ້ມຂຸນໄປດ້ວຍສີສັນວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະ ເພື່ອແນໃສ່ເຊີດຊູຈິດໃຈຕໍ່ສູ້ ແລະ ສ້າງບັນຍາກາດຟົດຟື້ນໃນປີໃໝ່. ເຂົ້າຮ່ວມການສະແດງລະຄອນ “ກອນລຳປະຫວັດສາດ”, ນັກສະແດງ ຫວູແມ້ງລິງ, ໂຮງລະຄອນ ຕ່ວງ ຫວຽດນາມ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ດີໃຈທີ່ໄດ້ສະແດງເປັນເຈົ້າຊີວິດ ກວາງຈຸງ, ເຊິ່ງແມ່ນນັກວິລະຊົນຂອງຊາດ. ຜ່່ານນັ້ນ, ກໍ່ນຳພາກສະແດງທີ່ມີຄວາມໝາຍຫຼາຍຢ່າງມາໃຫ້ປະຊາຊົນ ພ້ອມກັບແຂກທ່ອງທ່ຽວຢູ່ທົ່ວທຸກສາລະທິດ”.
ພາກສະແດງດັ່ງກ່າວແມ່ນເຂັ້ມຂຸ້ນໄປດ້ວຍວັດທະນະທຳສິລະປະ, ສ້າງບັນຍາກາດອັນສະຫງ່າອົງອາດ, ເຊີດຊູຈິດໃຈຂອງຊາດ, ສ້າງຄວາມຕື່ນເຕັ້ນໃຫ້ແກ່ ແຂກທ່ອງທ່ຽວ.
“ການສະແດງມີຄວາມໝາຍປະຫວັດສາດ ເພື່ອໃຫ້ຄົນລຸ້ນລູກລຸ້ນຫຼານຈົດຈຳໄຊຊະນະ ງອັກໂຮ່ຍ - ດົງດາ ຕະຫຼອດໄປ. ຄົນລຸ້ນຕໍ່ໄປຈະສະແດງຄວາມນັບຖືປະຫວັດສາດທີ່ບັນພະບຸລຸດໄດ້ປະໄວ້ໃຫ້”.
“ຂ້າພະເຈົ້າໄດ້ຮັບຊົມທັງພາກພິທີກຳ ແລະ ການສະແດງຄືນປະຫວັດສາດຂອງການຕໍ່ສູ້ຂອງເຈົ້າຊີວິດ ກວາງຈຸງ - ຫງວຽນເຫ້ວ; ຜ່ານນັ້ນ, ຂ້າພະເຈົ້າໄດ້ເຂົ້າໃຈຢ່າງຈະແຈ້ງກວ່າກ່ຽວກັບປະຫວັດສາດຂອງຊາດຕົນ. ຜ່ານບັນດາລາຍການສະແດງຄືແນວນີ້, ຂ້າພະເຈົ້າຮູ້ສຶກວ່າ ການຮຽນຮູ້ປະຫວັດສາດຂອງຊາດແມ່ນເຂົ້າເຖິງໄດ້ງ່າຍກວ່າ”.
ຢູ່ອ້ອມເຂດໂພນ ດົງດາ ໄດ້ຈັດການລະຫຼິ້ນພື້ນເມືອງ, ການແຂ່ງຂັນໝາກຮຸກມະນຸດ, ການແຂ່ງຂັນໝາກຮຸກຈີນ… ເພື່ອຮັບໃຊ້ແຂກທ່ອງທ່ຽວ ແລະ ປະຊາຊົນຜູ້ເຂົ້າຮ່ວມງານບຸນ. ພ້ອມກັນນັ້ນ, ກໍ່ແມ່ນບັນດາລາຍການສະແດງສິລະປະ, ຟ້ອນຕຸກກະຕານ້ຳ, ຂັບ ກວານເຫາະ... ຕິດພັນກັບໄຊຊະນະ ງອັກໂຮ່ຍ - ດົ່ງດາ. ທ່ານນາງ ວູທິແທັງເຮືອງ, ຫົວໜ້າຄະນະຄຸ້ມຄອງສວນສາທາລະນະວັດທະນະທຳ ດົງດາ, ບ້ານ ກວາງຈຸງ, ເມືອງ ດົງດາ, ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ບັນດາລາຍການສິລະປະຍັງຄົງຮັກສາສີສັນທີ່ເປັນມູນເຊື້ອຂອງຊາດ. ພ້ອມກັນນັ້ນ, ກໍ່ຍັງໄດ້ສະຫຼັບກັບບັນດາລາຍການສະແດງສິລະປະທີ່ທັນສະໄໝແຕ່ຍັງຮັກສາຮີດຄອງປະເພນີໄວ້ໄດ້”.
ບໍ່ພຽງແຕ່ແມ່ນການເຄື່ອນໄຫວທາງດ້ານວັດທະນະທຳປະຫວັດສາດປະຈຳປີເທົ່ານັ້ນ, ງານບຸນ ໂພນ ດົງດາ ຍັງແມ່ນໂອກາດເພື່ອປຸກລຸກນ້ຳໃຈຮັກຊາດ, ຄວາມສາມັກຄີ ແລະ ຄວາມນັບຖືຂອງແຕ່ລະຄົນ.