ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026). ນີ້ແມ່ນເຫດການສົ່ງເສີມການຄ້າໃຫຍ່ທີ່ສຸດໂດຍກະຊວງອຸດສາຫະກຳການຄ້າ ຫວຽດນາມ ສົມທົບກັບກະຊວງອຸດສາຫະກຳການຄ້າ ລາວ ເປັນປະທານຮ່ວມ, ມອບໃຫ້ກົມສົ່ງເສີມການຄ້າ 2 ປະເທດສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຂຶ້ນນັບແຕ່ປີ 2007.
ໂດຍສືບຕໍ່ຜົນສຳເລັດຂອງບັນດາງານຕະຫຼາດນັດຄັ້ງກ່ອນ, VIETLAO EXPO 2026 ມີຂອບຂະໜາດຮ້ານວາງສະແດງ 250 ຮ້ານ ຂອງວິສາຫະກິດເກືອບ 80 ແຫ່ງ ທີ່ມີຄຸນນະພາບ, ມີເຄື່ອງໝາຍການຄ້າ ແລະ ມີຊື່ສຽງຄວາມເຊື່ອໝັ້ນຂອງ ຫວຽດນາມ, ຂຶ້ນກັບບັນດາຂະແໜງສິນຄ້າ, ຄື: ການຢາ ແລະ ເຄື່ອງອຸປະກອນການແພດ, ກະສິກຳ - ປ່າໄມ້ - ສິນໃນນ້ຳ ແລະ ທັນຍາຫານປຸງແຕ່ງ, ເຄື່ອງນຸ່ງ - ແຟັຊັ່ນ… ຄະນະວິສາຫະກິດ ຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດເພື່ອມຸ່ງໄປເຖິງບັນດາເປົ້າໝາຍໂຄສະນາພາບພົດຂອງປະເທດຊາດ ແລະ ວິສາຫະກິດ ຫວຽດນາມ; ຊຸກຍູ້ການສົ່ງອອກ, ເປີດກວ້າງເຄືອຂ່າຍຈຳໜ່າຍສິນຄ້າຂອງ ຫວຽດນາມ ເຂົ້າຕະຫຼາດ ລາວ ແລະ ທາງທິດຕາເວັນອອກສ່ຽງເໜືອຂອງ ໄທ.
ໃນຂອບເຂດງານຕະຫຼາດນັດຄັ້ງນີ້ຍັງຈັດບັນດາກອງປະຊຸມແລກປ່ຽນການຄ້າແບບເຊິ່ງໜ້າ, ສົມທົບກັບທາງໄກລະຫວ່າງຜູ້ຜະລິດ ຫວຽດນາມ ກັບນັກຈຳໜ່າຍ ແລະ ຄູ່ຮ່ວມມືຢູ່ ລາວ.
ວົງເງິນການຄ້າ 2 ສົ້ນລະຫວ່າງ ຫວຽດນາມ ແລະ ລາວ ໃນປີ 2025 ບັນລຸ 2,98 ຕື້ USD, ເພີ່ມຂຶ້ນເກືອບ 33% ເມື່ອທຽບໃສ່ປີ 2024. ນີ້ແມ່ນຕົວເລກສູງສຸດນັບແຕ່ກ່ອນມາຮອດປະຈຸບັນ.






