• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄົນເຈັບຕິດເຊື້ອໂຄວິດ - 19 ຈໍານວນ 8 ຄົນ ໄດ້ປະກາດຫາຍດີເປັນປົກກະຕິ

      ໄລ່ຮອດຈຸດເວລານີ້, ຫວຽດນາມ ມີ 249/288 ກໍລະນີຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

ຄົນເຈັບຕິດເຊື້ອໂຄວິດ - 19 ຈໍານວນ 8 ຄົນ ໄດ້ປະກາດຫາຍດີເປັນປົກກະຕິ (ພາບ: ກະຊວງສາທາລະນະສຸກ)
              ວັນທີ 11 ພຶດສະພາ, ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ 2 ດົງແອັງ, ຮ່າໂນ້ຍ, ໃຫ້ຮູ້ວ່າ ມີຄົນເຈັບຕິດເຊື້ອໂຄວິດ - 19 ຈໍານວນ 8 ຄົນ ຕື່ມອີກໄດ້ຮັບການປະກາດວ່າ ຫາຍດີເປັນປົກກະຕິແລ້ວ. ເປັນອັນວ່າ, ໄລ່ຮອດຈຸດເວລານີ້, ຫວຽດນາມ ມີ 249/288 ກໍລະນີຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.
ແລະ ກໍໃນວັນດຽວກັນ, ໂຮງໝໍ ແບກມາຍ, ເຊິ່ງເປັນສະຖານທີ່ແຜ່ລະບາດໂລກລະບາດດັ່ງກ່າວທີ່ມີການຜັນແປສັບສົນທີ່ສຸດຂອງຫວຽດນາມ ກໍໄດ້ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິຢ່າງເປັນທາງການແລ້ວ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top