• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ພັກ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ 86 ທ່ານ ສະ​ໝັກ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດ ຊຸດ​ທີ XV ຢູ່​ສູນ​ກາງ

ວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງກອງຜູ້ມີສິດເລືອກຕັ້ງ ເພື່ອເອົາຄຳເຫັນກ່ຽວກັບຜູ້ໄດ້ຮັບການສະເໜີໃຫ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດສະເພາະກິດ ຊຸດທີ XV ຢູ່ສູນກາງ. 
ທ່ານ ຫງວຽນແຮ້ງຟຸກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ພາບ: TTXVN)

ເນັ້ນໜັກບົດບາດສຳຄັນຂອງສະມາຊິກສະພາແຫ່ງຊາດສະເພາະກິດໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ທ່ານ ຫງວຽນແຮ້ງຟຸກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ: ໃນຊຸດທີ XV ນີ້, ຈຳນວນສະມາຊິກສະເພາະກິດ ຈະເພີ່ມຂຶ້ນ 40% (ຄາດວ່າປະມານ 200 ທ່ານ, ໃນນັ້ນ ມີ 133 ທ່ານ ຢູ່ສູນກາງ ແລະ 67 ທ່ານຢູ່ທ້ອງຖິ່ນຕ່າງໆ). ໃນຈຳນວນສະມາຊິກຢູ່ສູນກາງ 133 ທ່ານນັ້ນ, ຄະນະຊີ້ນຳພັກສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີ 86 ທ່ານ.

        ທີ່ກອງປະຊຸມ, ບັນດາສະມາຊິກຈະໄດ້ຮັບຟັງບັນຊີລາຍຊື່ ແລະ ຊີວະປະຫວັດຂອງຜູ້ສະໝັກເລືອກຕັ້ງ 86 ທ່ານ. ຫຼັງຈາກນັ້ນ, ກອງປະຊຸມ ດຳເນີນການລົງຄະແນນສຽງເຫັນດີສະເໜີ 86 ທ່ານສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດສະເພາະກິດ ຊຸດທີ XV.

        ແລະກໍໃນຕອນບ່າຍວັນທີ 11 ມີນາ, ຢູ່ສຳນັກງານສູນກາງພັກ, ຫ້ອງການສູນກາງພັກ ກອມມູນິດ ຫວຽດນາມ ກໍໄດ້ຈັດຕັ້ງກອປງະຊຸມເອົາຄຳເຫັນສະເໜີຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ຕາມຮູບການອອນລາຍ ຢູ່ 3 ສະຖານທີ່ເຊື່ອມຕໍ່ແມ່ນ ຮ່າໂນ້ຍ, ດ່າໜັງ ແລະ ນະຄອນ ໂຮ່ຈີມິນ ໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຖື EU ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ - ອາ​ຊຽນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືສຳ​ຄັນ

ຫວຽດ​ນາມ ຖື EU ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ເອີ​ລົບ - ອາ​ຊຽນ​ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືສຳ​ຄັນ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງແທ້ຈິງ ແລະ ມີປະສິດທິຜົນຂອງສະພາດຳເນີນທຸລະກິດເອີລົບ - ອາຊຽນ ແລະ ສະມາຄົມວິສາຫະກິດເອີລົບ ປະຈຳ ຫວຽດນາມ ເຂົ້າການພັດທະນາການພົວພັນ ຫວຽດນາມ - ສະຫະພາບ ເອີລົບ (EU) ແລະ ອາຊຽນ - EU.

Top