• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍການບໍລິຫານສາທາລະນະ

      ສືບຕໍ່ວາລະປະຊຸມທີ 3, ຕອນເຊົ້າວັນທີ 18 ສິງຫາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການບໍລິຫານສາທາລະນະ. ນີ້ແມ່ນຮ່າງກົດໝາຍສະບັບທຳອິດ ໃນປະຫວັດສາດສະພາແຫ່ງຊາດ ໂດຍສະມາຊິກສະພາແຫ່ງຊາດຜູ້ໜຶ່ງຍື່ນສະເໜີ.

ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ
      ບັນດາຄຳເຫັນປຶກສາຫາລື ໄດ້ຮັບການຕີລາຄາສູງ ຄວາມສຸດຈິດສຸດໃຈ ແລະ ຄວາມມານະພະຍາຍາມຂອງສະມາຊິກສະພາແຫ່ງຊາດ ເຈິ່ນທິກວ໋ກແຄ້ງ, ຄະນະຮ່າໂນ້ຍ-ຫົວໜ້າຄະນະຮຽບຮຽງ ເພາະຖືວ່າ ນີ້ແມ່ນຮ່າງກົດໝາຍທີ່ມີລັກສະນະຍາກທີ່ສຸດ, ຂອບເຂດການກະທົບກວ້າງຂວາງ, ກ່ຽວຂ້ອງເຖິງ ພື້ນຖານການບໍລິຫານສາທາລະນະທັງໝົດ. ເຖິງຢ່າງໃດກໍ່ຕາມ, ຜ່ານການປຶກສາຫາລື, ຫຼາຍຄຳເຫັນຖືວ່າ: ບັນດາສາຍເຫດກ່ຽວກັບຄວາມຈຳເປັນປະກາດໃຊ້ກົດໝາຍ ແມ່ນ ຍັງບໍ່ທັນມີລັກສະນະເກ້ຍກ່ອມເທື່ອ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຫຽນ ໄຈ້ແຍກວ່າ:
        “ ໃນຕົວຈິງ, ເລື່ອງ ປ່ຽນແປງໃໝ່, ປະຕິຮູບການເຄື່ອນໄຫວບໍລິຫານຂອງລັດ ພວກເຮົາ ແມ່ນມີຄວາມຈຳເປັນທີ່ສຸດ. ແຕ່ ການເຄື່ອນໄຫວບໍລິຫານ ຂອງ ລັດພວກເຮົາພັດ ໄດ້ກຳນົດໄວ້ໃນເອກະສານກົດໝາຍຫຼາຍສະບັບແລ້ວ. ສະນັ້ນ, ກົດໝາຍນີ້ ສາມາດກວມລວມເອົາທຸກບັນຫາທີ່ກົດໝາຍອື່ນກຳນົດໄວ້ໄດ້ຫຼືບໍ່ ? ຈາກນັ້ນອາດຈະເວົ້າໄດ້ວ່າ ຂອບເຂດທີ່ຄະນະຮຽບຮຽງໄດ້ຍົກອອກແມ່ນກວ້າງຂວາງເກີນໄປ. ທີສອງແມ່ນ ກົດໝາຍນີ້ ບໍ່ມີລັກສະນະຄວາມເປັນເອກະພາບ ກັບບັນດາກົດໝາຍອື່ນ. ບາງທີກົດໝາຍນີ້ພຽງແຕ່ມີລັກສະນະຈົດເອົາບັນຊີລາຍຊື່ຫົວວຽກເທົ່ານັ້ນ, ດັ່ງນັ້ນບໍ່ຮັບປະກັນລັກສະນະລະອຽດໄດ້ເທື່ອ. ຖ້າຍົກອອກຄືແນວນີ້ ແມ່ນ ບໍ່ຮັບປະກັນລັກສະນະເປັນໄປໄດ້ ”.
(ແຫຼ່ງຄັດຈາກ VOV)

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງກຸ່ມທິວທັດທຳມະຊາດ ຈ່າງອານ ຊຶ່ງ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ

ກຸ່ມ ທິວທັດທຳມະຊາດ ຈ່າງອານ ແມ່ນຈຸດເດັ່ນພິເສດຂອງທຳມະຊາດ, ປະຊາຊົນ ນິງບິ່ງ, ໂດຍໄດ້ຮັບການຮັບຮອງຈາກ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳທຳມະຊາດໂລກປີ 2024.

Top