• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ແລກປ່ຽນລາຍການຮ່ວມມື

ຕອນບ່າຍວັນທີ 07 ຕຸລາ, ທ່ານ ເລກວັກຟອງ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ອາລຸນໄຊ ສູນນະລາດ ເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ໂອ້ລົມທາງໂທລະສັບ ເພື່ອແລກປ່ຽນ, ຕີລາຄາບັນດາໂຄງການຮ່ວມມືຂອງຄະນະຊາວໜຸ່ມ 2 ປະເທດ.


ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ແລກປ່ຽນລາຍການຮ່ວມມື

ການນຳສູນກາງຄະນະຊາວໜຸ່ມ 2 ປະເທດໄດ້ຮັບຮູ້ເລື່ອງ 2 ຝ່າຍຍາມໃດກໍ່ຮັກສາການຕິດຕໍ່ພົວພັນ ແລະ ແບ່ງປັນຂໍ້ມູນກ່ຽວກັບວຽກງານຊາວໜຸ່ມ, ຂະບວນການຊາວໜຸ່ມ; ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ແຕ່ລະປະເທດ. ພ້ອມທັງຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ລາວ; ນຳການເຄື່ອນໄຫວພົບປະແລກປ່ຽນຮ່ວມມືລະຫວ່າງຊາວໜຸ່ມ 2 ປະເທດເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ.

 
ຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ ແລກປ່ຽນລາຍການຮ່ວມມື

2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ການເຄື່ອນໄຫວພົບປະແລກປ່ຽນເຍົາວະຊົນ - ອະນຸຊົນ ຫວຽດນາມ - ລາວຢູ່ ຫວຽດນາມ, ການພົບປະມິດຕະພາບຊາວໜຸ່ມລາວ - ຫວຽດນາມ ຢູ່ລາວ ຈະຍ້າຍໄປຈັດຕັ້ງປະຕິບັດໃນ ປີ 2021; ເພີ່ມຈຳນວນຊຸດຝຶກອົບຮົບກ່ຽວກັບວຽກງານຊາວໜຸ່ມໃຫ້ພະນັກງງານຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຢູ່ ຫວຽດນາມ ໃນປີ 2021. ພ້ອມທັງ ເຫັນດີເປັນເອກະສັນ ເພີ່ມທະວີວຽກງານສຶກສາມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ ໂດຍຜ່ານສື່ສັງຄົມອອນລາຍ ແລະ ພື້ນຖານເຕັກໂນໂລຊີດີຈີຕອນ. ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ລະບຸໃນແຜນຮ່າງໜູນຊ່ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວໄລຍະ 2020 – 2025 ໂດຍໄວຄື: ສ້າງສູນຝຶກອົບຮົບ, ບຳລຸງສ້າງພະນັກງານເຍົາວະຊົນ, ອະນຸຊົນ ລາວ - ຫວຽດນາມ ຢູ່ວຽງຈັນ; ຜັນຂະຫຍາຍບ້ານມິດຕະພາບຊາວໜຸ່ມເຂດຊາຍແດນ ລາວ - ຫວຽດນາມ ຢູ່ແຂວງ ບໍລິຄຳໄຊ; ຈັດຕັ້ງບັນດາການເຄື່ອນໄຫວອາສາສະໝັກຂອງໄວໜຸ່ມ ຫວຽດນາມ ຢູ່ ລາວ…
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top