• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຂົນຂວາຍການກູ້ໄພກູ້ຊີບສູນກາງຈັດແບ່ງຈຳນວນເງິນ 80 ຕື້ດົ່ງໜູນຊ່ວຍ 4 ແຂວງແກ້ໄຂຜົນເສຍຫາຍຈາກຝົນຕົກ, ນ້ຳຖ້ວມ

ຮອດວັນທີ 22 ພະຈິກ, ຈຳນວນເງິນ ແລະ ວັດຖຸອຸປະກອນຈົດທະບຽນຊ່ວຍເຫຼືອຜ່ານຄະນະຂົນຂວາຍການກູ້ໄພກູ້ຊີບສູນກາງ - ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ບັນລຸກວ່າ 1.400 ຕື້ດົ່ງ.
(ຈຳນວນເງິນ ແລະ ວັດຖຸອຸປະກອນຈົດທະບຽນຊ່ວຍເຫຼືອບັນລຸກວ່າ 1.400 ຕື້ດົ່ງ)

ວັນທີ 22 ພະຈິກ, ຄະນະຂົນຂວາຍການກູ້ໄພກູ້ຊີບສູນກາງຈັດແບ່ງຈຳນວນເງິນ 80 ຕື້ດົ່ງ (ກວ່າ 3 ລ້ານ USD) ໜູນຊ່ວຍ 4 ແຂວງແມ່ນ ເລິມດົ່ງ, ແຄ໊ງຮວ່າ, ດັກລັກ ແລະ ຢາລາຍ, ແຕ່ລະແຂວງແມ່ນ 20 ຕື້ດົ່ງ (754.000 USD) ເພື່ອແກ້ໄຂຜົນເສຍຫາຍຈາກຝົນຕົກ, ນ້ຳຖ້ວມ.

ຕາມການສະຖິຕິ, ຮອດວັນທີ 22 ພະຈິກ, ຈຳນວນເງິນ ແລະ ວັດຖຸອຸປະກອນຈົດທະບຽນຊ່ວຍເຫຼືອຜ່ານຄະນະຂົນຂວາຍການກູ້ໄພກູ້ຊີບສູນກາງ - ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ບັນລຸກວ່າ 1.400 ຕື້ດົ່ງ (ເກືອບ 55 ລ້ານ USD). ໄລ່ລວມ, ທັງລະບົບແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ຂົນຂວາຍໄດ້ຈຳນວນເງິນ ກວ່າ 2.800 ຕື້ດົ່ງ (ປະມານ 107 ລ້ານ USD) ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນແກ້ໄຂຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມໃນໄລຍະຜ່ານມາ.

ຈາກແຫຼ່ງໄດ້ຮັບ, ຄະນະຂົນຂວາຍການກູ້ໄພກູ້ຊີບສູນກາງ ໄດ້ຈັດແບ່ງເປັນ 9 ຄັ້ງ, ດ້ວຍຍອດລາຍຈ່າຍກວ່າ 678 ຕື້ດົ່ງ (ປະມານ 26 ລ້ານ USD) ໃຫ້ແກ່ 23 ທ້ອງຖິ່ນທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນຝົນຕົກ, ນ້ຳຖ້ວມ. ພ້ອມກັນນັ້ນ, ບັນດາອົງການ ແລະ ຫົວໜ່ວຍກໍ່ໄດ້ມອບຈຳນວນເງິນໂດຍກົງກວ່າ 118 ຕື້ດົ່ງ (ປະມານ 4,5 ລ້ານ USD) ໜູນຊ່ວຍບັນດາທ້ອງຖິ່ນ.

ຕາມບົດລາຍງານອັບເດດຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 23 ພະຈິກ, ສະພາບຝົນຕົກ, ນ້ຳຖ້ວມຜ່ານມາໄດ້ເຮັດໃຫ້ 102 ຄົນເສຍຊີວິດ, ຄວາມເສຍຫາຍກວ່າ 9.000 ຕື້ດົ່ງ (ເກືອບ 345 ລ້ານ USD).

ໃນໂອກາດນີ້, ສື່ມວນຊົນສາກົນພວມຕິດຕາມສະພາບການນ້ຳຖ້ວມທີ່ຮ້າຍແຮງຢູ່ບັນດາແຂວງ ຢາລາຍ, ດັກລັກ ແລະ ແຄ໊ງຮ່ວາ - ເຂດຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນຝົນຕົກໜັກແກ່ຍາວ ແລະ ນ້ຳຖ້ວມຮ້າຍແຮງໃນວົງກວ້າງໃນຊຸມມື້ມໍ່ໆມານີ້ຢ່າງໃກ້ຊິດ. ບັນດາບົດຂຽນທີ່ເອົາລົງໃນສື່ສັງຄົມອອນລາຍຂອງບັນດາສຳນັກຂ່າວສານໃຫຍ່, ຄື: Reuters, AFP, AP ແລະ ຫຼາຍອົງການສື່ມວນຊົນສາກົນລ້ວນແຕ່ເນັ້ນໜັກເຖິງຄວາມເສຍຫາຍທາງດ້ານສັບສົມບັດ, ຊີວິດອິນຊີ ແລະ ການຜະລິດກະສິກຳຢ່າງໜັກໜ່ວງ.

          ປະຊາຄົມສາກົນຕີລາຄາສູງເລື່ອງມີປະກິຕິຍາຢ່າງທັນການ, ການຊີ້ນຳຢ່າງຂ້ຽວຂາດ ແລະ ຄວາມສາມາດສົມທົບກັນລະຫວ່າງບັນດາກຳລັງຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານນ້ຳຖ້ວມຢູ່ບັນດາແຂວງທາງພາກກາງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບການນຳຫຼາຍປະເທດ, ອົງການຈັດຕັ້ງສາກົນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບການນຳຫຼາຍປະເທດ, ອົງການຈັດຕັ້ງສາກົນ

ໃນລາຍການເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້, ຕອນເຊົ້າວັນທີ 22 ພະຈິກ (ຕາມເວລາທ້ອງຖິ່ນ), ຢູ່ Johanesburg, ອາຟະລິກາໃຕ້, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະກັບການນຳຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ.

Top