• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຂອງ​ປະ​ຊາ​ຊົນ​ພ​າກ​ກາງ ຕໍ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

ໃນຊຸມວັນຜ່ານມາ, ພໍ່ແມ່ປະຊາຊົນຢູ່ແຂວງ ກວ໋າງນາມ ໃຜໆກໍໂສກເສົ້າເສຍໃຈຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບພົດທີ່ລຽບງ່າຍ, ໃກ້ຊິດສະໜິດສະໜົມກັບປະຊາຊົນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍັງຝັງເລິກໃນຈິດສຳນຶກຂອງເຂົາເຈົ້າ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລົງໃຫ້ກຳລັງໃຈປະຊາຊົນເມືອງ ຮຽບດຶກ, ແຂວງ ກວ໋າງນາມ

ປ້າ ໂຮ່ທິແອັງເທີ, ຊາວເຜົ່າ ເຊີດັງ, ຢູ່ຕາແສງ ຊົງຈ່າ, ເມືອງ ຮຽບດຶກ ບໍ່ມີວັນລຶມຮອຍຍິ້ມອັນເມດຕາຂອງການນຳສູງສຸດຂອງພັກ ເມື່ອໄດ້ພົບປະກັບພໍ່ແມ່ປະຊາຊົນຢູ່ທ້ອງຖິ່ນ. ປ້າ ໂຮ່ທິແອັງເທີ ໄດ້ເວົ້າດ້ວຍຄວາມສະເທືອນໃຈວ່າ:

              “ເມື່ອໄດ້ຍິນຂ່າວວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ, ຂ້າພະເຈົ້າຮູ້ສຶກໂສກເສົ້າເສຍດາຍທີ່ສຸດ, ນ້ຳໃຈຂອງເພິ່ນທີ່ມີຕໍ່ປະຊາຊົນແມ່ນສຸດຍອດຫຼາຍ. ຍາມໃດເພິ່ນກໍຕັກເຕືອນພໍ່ແມ່ປະຊາຊົນຕ້ອງຮັກສາຄວາມສາມັກຄີ, ພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນ, ໂດຍສະເພາະແມ່ນເຂດພູສູງ ຮຽບດຶກ - ເຊິ່ງປັນອູ່ແຫ່ງການປະຕິວັດຂອງຕາແສງວິລະຊົນ”.

              ຢູ່ແຂວງ ກວ໋າງບິ່ງ, ສອງຜົວເມຍ ປ້າ ເຈິ່ນທິຮວາ ແລະ ລຸງ ຫວໍກຸຍແທັງ, ຢູ່ຕາແສງ ບ໋າວນິງ, ນະຄອນ ດົ່ງເຫີຍ, ໄດ້ຍິນຂ່າວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳຜ່ານຄື້ນວິທະຍຸກະຈາຍສຽງ ຫວຽດນາມ ເມື່ອສອງຜົວເມຍກຳລັງຫາປາຢູ່ທະເລ. ປ້າຮວາ ໄດ້ຫວນຄືນຄວາມຊົງຈຳທີ່ຄອບຄົວປ້າໄດ້ເປັນກຽດເຂົ້າຮ່ວມໃນການຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມາຢາມ. ການພົບປະທີ່ເຕັມໄປດ້ວຍຄວາມອົບອຸ່ນ, ສະໜິດສະໜົມ. ປ້າ ເຈິ່ນທິຮວາ ໃຫ້ຮູ້ວ່າ:

              “ພວກຂ້າພະເຈົ້າໂສກເສົ້າເສຍດາຍທີ່ສຸດ ເມື່ອສູນເສຍການນຳຜູ້ໜຶ່ງທີ່ຍາມໃດກໍເປັນແບບຢ່າງຂອງພັກ, ລັດ, ການນຳຜູ້ລຽບງ່າຍ, ໃກ້ຊິດສະໜິດສະໜົມກັບປະຊາຊົນ, ຮັກແພງປະຊາຊົນ ແລະ ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ”.

(ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.

Top