• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມເຄັ່ງຕຶງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຍັງບໍ່ທັນຫຼຸດຜ່ອນລົງ

      ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ເມື່ອວັນທີ 21 ມິຖຸນາ ໄດ້ຄັດຄຳເວົ້າຂອງໂຄສິກກະຊວງແນວໂຮມທ້ອນໂຮມຊາດ (UFD) ຂອງ ສປປ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ ບໍ່ມີເຈດຈຳນົງພິຈາລະນາຄືນ ຫຼືປ່ຽນແປງແຜນການຫວ່ານໃບປິວ ທີ່ມີເນື້ອໃນຕ້ານ ສ.ເກົາຫຼີ ຜ່ານຊາຍແດນ.

ປະຊາຊົນ ສປປ.ເກົາຫຼີ ກະກຽມໃບປິວທີ່ມີເນື້ອໃນຕ້ານ ຕ້ານ ສ.ເກົາຫຼີ (ພາບ:AFP/TTXVN)
      ຕາມ KCNA ແລ້ວ, ກ່ອນໜ້ານັ້ນ ຄືວັນທີ 20 ມິຖຸນາ, ກະຊວງທ້ອນໂຮມຊາດ ສ.ເກົາຫຼີ ໄດ້ສະແດງຄວາມເສຍດາຍຕໍ່ແຜນການຂອງ ສປປ.ເກົາຫຼີ ທີ່ໄດ້ຫວ່ານໃບປິວຜ່ານຊາຍແດນລະຫວ່າງສອງປະເທດ. ພ້ອມກັນນັ້ນ ກໍໄດ້ຮຽກຮ້ອງໃຫ້ ພຽງຢາງ ຖອນແຜນການນີ້ຄືນ ແລະ ຖືວ່າ ແຜນການນີ້ ໄດ້ລະເມີດຂໍ້ຕົກລົງສຸດຍອດ Panmunjom ລະຫວ່າງ ສອງປະເທດ.
KCNA ຊີ້ແຈ້ງວ່າ ສປປ.ເກົາຫຼີ ບໍ່ມີເຈດຈຳນົງພິຈາລະນາຄືນແຜນການດັ່ງກ່າວໃນຈຸດເວລາທີ່ສາຍພົວພັນລະຫວ່າງ ສອງປະເທດໄດ້ຖືກທຳລາຍ. ພຽງຢາງ ຍັງຖືວ່າ ຂໍ້ຕົກລົງສຸດຍອດລະຫວ່າງສອງປະເທດບັນລຸໄດ້ກ່ອນນີ້ສອງປີບໍ່ມີຄວາມໝາຍອີກແລ້ວ.
 (ແຫຼ່ງຄັດຈາກ VOV)
 

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

ເພື່ອຄຸ້ມຄອງເຮືອຫາປາກວ່າ 79.000 ລຳທີ່ເຄື່ອນໄຫວໃນເຂດທະເລທີ່ກວ້າງໃຫຍ່, ການໝູນໃຊ້ຂໍ້ມູນໃນການການຄຸ້ມຄອງເຮືອຫາປາ ແລະ ປະລິມານສິນໃນນ້ຳ ເປັນດີຈີຕອນ ແລະ ຈະແຈ້ງນັ້ນ ແມ່ນລູກກຸນແຈທີ່ສຳຄັນ.

Top