• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂ່າວເດັ່ນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ

ຕອນບ່າຍວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Paul Jansen ເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ເນື່ອງໃນໂອກາດຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.
 
ທີ່ການຕ້ອນຮັບ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ແບນຊິກ ໃນໄລຍະຜ່ານມາ ໄດ້ມີບັນດາບາດກ້າວເດີນພັດທະນາອັນດີງາມ. ສິ່ງດັ່ງກ່າວໄດ້ສະແດງອອກຜ່ານຕົວເລກກ່ຽວກັບວົງເງິນການຄ້າ 2 ສົ້ນບັນລຸ 2,3 ຕື້ USD ໃນ 10 ເດືອນຕົ້ນປີ 2018, ກໍ່ຄືຈຳນວນວິສາຫະກິດ ແບນຊິກ ພວມລົງທຶນຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ຕັ້ງໜ້າກະກຽມໃຫ້ແກ່ສັນຍາການຄ້າເສລີລະຫວ່າງ ຫວຽດນາມ - ອີຢູ, ແລະ ປາດຖະໜາວ່າ ແບນຊິກ ຈະມີການສະໜັບສະໜູນ ເພື່ອໃຫ້ ອີຢູ ລົງນານ ແລະ ໃຫ້ສັດຕະຍາບັນສັນຍາສຳຄັນສະບັບນີ້ຢ່າງເປັນທາງການໂດຍໄວ.

        ສ່ວນທ່ານ Paul Jansen ເອກອັກຄະລັດຖະທູດ ລາຊະອານາຈັກ ແບນຊິກ ໃຫ້ຮູ້ວ່າ: ບັນດາວິສາຫະກິດ ແບນຊິກ ປາດຖະໜາວ່າ ຈະໄດ້ຮັບການສ້າງເງື່ອນໄຂ ເພື່ອສືບຕໍ່ເປີດກ້ວາງການລົງທຶນ ກໍ່ຄືຊອກຫາກາລະໂອກາດໃໝ່ຢູ່ຕະຫລາດ ຫວຽດນາມ, ພ້ອມທັງ ສະເໜີລັດຖະບານ ຈະຍົກເວັ້ນວິຊາໃຫ້ແກ່ພົນລະເມືອງ ແບນຊິກ ມາ ຫວຽດນາມ ເພື່ອປະກອບສ່ວນຊຸກຍູ້ການທ່ອງທ່ຽວ, ພົວພັນແລກປ່ຽນວັດທະນະທຳ.

(ແຫຼ່ງຄັດຈາກ VOV)


ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top