• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ສຸມ​ທຸກແຫຼ​່ງ​ກຳ​ລັງເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ ແລະ ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ໂຄວິດ - 19

ຕອນບ່າຍວັນທີ 9 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບການນຳ ກະຊວງສາທາລະນະສຸກ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ອວຍພອນປີໃໝ່ພະນັກງານ, ແພດໝໍ ແລະ ທົ່ວຂະແໜງສາທາລະນະສຸກທີ່ພວມມານະພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊົມເຊີຍພະນັກງານ, ແພດໝໍ ແລະ ຂະແໜງສາທາລະນະສຸກທີ່ຍັງພວມນຳໜ້າດ້ວຍຄວາມມານະພະຍາຍາມ ແລະ ມີຄວາມຕັດສິນໃຈຢ່າງສູງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງໃນປີຜ່ານມາ. ທ່ານສະເໜີວ່າ:

        “ທົ່ວຂະແໜງສາທາລະນະສຸກ ຈົ່ງສຸມທຸກແຫຼ່ງກຳລັງເພື່ອຄວບຄຸມການແຜ່ລະບາດຂອງໂລກລະບາດ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອ. ດັ່ງນັ້ນ, ຕ້ອງປະກອບທາງດ້ານວັດຖຸ, ອຸປະກອນ, ຊັບພະຍາກອນມະນຸດໃຫ້ຄົບຖ້ວນ, ທັນການ ເພື່ອຮັກສາຄວາມປອດໄພສູງສຸດໃຫ້ແກ່ຖັນແຖວພະນັກງານ, ແພດໝໍ. ຂ້າພະເຈົ້າ ຮຽກຮ້ອງໃຫ້ຂະແໜງສາທາລະນະສຸກ ແລະ ແພດໝໍໃນທົ່ວປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຄຸນທາດອັນດີງາມຂອງຂະແໜງ, ຍາມໃດກໍກຽມພ້ອມ, ຕັດສິນໃຈ, ມີຄວາມຮັບຜິດຊອບ ເພື່ອພ້ອມກັບທົ່ວພັກ, ທົ່ວປວງຊົນ ເອົາຊະນະໂລກລະບາດທີ່ພວມຄຸກຄາມຢ່າງຮ້າຍກາດໃນປັດຈຸບັນ”.

(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top