• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງທ່ອງທ່ຽວຫວຽດນາມຈະຕ້ອນຮັບນັກທ່ອງທ່ຽວສາກົນຜູ້ທີ10ລ້ານ

       ວັນ​ທີ 25/12, ຢູ່​ສະ​ໜາມ​ບິນ ຟູ໋ກວກ, ແຂວງ ກຽນ​ຢາງ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ​ຈະ​ຈັດ​ຕັ້ງ​ພິ​ທີ​ຕ້ອນ​ຮັບ​​ນັກ​ທ່​ອງ​ທ່ຽວ​ສາ​ກົນ​ຜູ້​ທີ 10 ລ້ານມາ ຫວຽດ​ນາມ ແລະ ​ກໍ່​ໃນ​ວັນ​ດຽວ​ກັນ​ຈະ​ດຳ​ເນີນ​ພິ​ທີ​ສະ​ຫລຸບ, ອັດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2016 ຟູ໋ກວກ - ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ທີ່ເຫດ​ການ​ ​ຕ້ອນ​ຮັບ​ນັກ​ທ່​ອງ​ທ່ຽວ​ຜູ້​ທີ 10 ລ້ານ​ເປັນ​ຄັ້ງ​ທ​ຳ​ອິດ​ໃນ​ປີ 2016 ເປັນ​ຂີດ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ໃຫມ່​ຂອງ​​ຂະ​ແໜງ​ທ່ອງ​ທ່ຽວ ຫວຽດ​ນາມ ໃນ​ວິ​ວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ມຸ່ງ​ໄປ​ເຖິງ​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຂອງ​ປະ​ເທດ​ຊາດ.
        ຕາມ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດ​ນາມ ແລ້ວ, ຍອດ​ຈຳ​ນວນ​ລາຍ​ຮັບ​ທີ່​ໄດ້​ຈາກ​ການ​ທ່ອງ​ທ່ຽວ​ຄາດ​ວ່າ​ບັນ​ລຸ 18 ຕື້ USD. ເພື່ອ​ບັນ​ລຸ​ໄດ້​ໝາກ​ຜົນ​ດັ່ງ​ກ່າວ, ໃນ​ປີ​ຜ່ານ​ມາ, ທົ່ວ​ຂະ​ແໜງ​ທ່ອງ​ທ່ຽວ​ໄດ້​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ພ້ອມ​ກັບ​ບັນ​ດາ​​ຫົວ​ໜ່ວຍວິ​ສາ​ຫະ​ກິດ, ບໍ​ລິ​ສັດ​ທ່ອງ​ທ່ຽວ, ບັນ​ດາ​ທ້ອງ​ຖິ່ນ ສົມ​ທົບ​ກັນ​ປະ​ຕິ​ບັດ​ໂຄງ​ການ​ສົ່ງ​ເສີມ, ​ການໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຢູ່​ຕະຫຼາດ​ສາ​ກົນ​ຈຸດ​ສຸມຫຼາຍ​ແຫ່ງ. ປີ 2017, ​ຄາດ​ວ່າ​ຂະ​ແໜງ​ທ່ອງ​ທ່ຽວ​ ຫວຽດ​ນາມ ຈະ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 11,5 ລ້ານ​ເທື່ອ​ຄົນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top