• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ​ຳ​ນົດ​ຈຸດ​ຢຶ​ນ​ຂອງ​ເສດ​ຖະ​ກິດ​ທະ​ເລ ຫວຽດ​ນາມ ຕາມ​ທິດ​ສີ​ຂຽວ ແລະ ຍືນ​ຍົງ

ການພັດທະນາເສດຖະກິດທະເລຕາມທິດສີຂຽວ ແລະ ຍືນຍົງແມ່ນກຳນົດທິດໃຫຍ່, ລຸລ່ວງຂອງ ຫວຽດນາມ ໃນໄລຍະປັດຈຸບັນ, ເພື່ອແນໃສ່ຂຸດຄົ້ນກຳລັງບົ່ມຊ້ອນຂອງທະເລຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ລະບົບນິເວດຢ່າງມີປະສິດທິຜົນ ແລະ ຮັບປະກັນວິທີຫາເງິນລ້ຽງຊີບຍາວນານໃຫ້ແກ່ທຸກລຸ້ນຄົນ. ຫວຽດນາມ ພວມກະກຽມຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຄອມມູນິດ ຫວຽດນາມ, ຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ ແມ່ນເປົ້າໝາຍລຸລ່ວງ. ໃນຍຸດທະສາດສັງລວມນັ້ນ, ການພັດທະນາເສດຖະກິດທະເລສີຂຽວ, ຍືນຍົງແມ່ນການເລືອກເຟັ້ນຍຸດທະສາດ, ມີວິໄສທັດຍາວນານ.

ຫວຽດນາມ ແມ່ນປະເທດທະເລ, ດ້ວຍຝັ່ງທະເລລວມຄວາມຍາວກວ່າ 3.000 ກິໂລແມັດ, ເຂດເສດຖະກິດພິເສດກວ້າງໃຫຍ່ ພ້ອມກັບເກາະໃຫຍ່ນ້ອຍນັບພັນແຫ່ງ. ທະເລ ບໍ່ພຽງແຕ່ແມ່ນເຂດຂົງສິ່ງທີ່ມີຊີວິດ, ແມ່ນເຂດປ້ອງກັນຍຸດທະສາດເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໜູນສຳຄັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດອີກດ້ວຍ.

  ເວທີປາໄສພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງປີ 2025 (ພາບ: nhandan.vn)  

ເສີມຂະຫຍາຍກຳລັງບົ່ມຊ້ອນຂອງທະເລ, ສ້າງແຫຼ່ງກຳລັງໜູນໃຫ້ແກ່ການເຕີບໂຕໃໝ່

        ແທນທີ່ຮູບແບບການຂຸດຄົ້ນຊັບພະຍາກອນທຳມະຊາດດິບ, ຫວຽດນາມ ພວມໃຫ້ບຸລິມະສິດໃຫ້ແກ່ບັນດາຂະແໜງເສດຖະກິດທະເລສີຂຽວ, ມູນຄ່າເພີ່ມສູງ, ໃນນັ້ນ, ພົ້ນເດັ່ນແມ່ນການຂົນສົ່ງທາງທະເລສີຂຽວ, ການທ່ອງທ່ຽວແບບຍືນຍົງ, ການລ້ຽງປູກສິນໃນນ້ຳດ້ວຍເຕັກໂນໂລຢີສູງ ແລະ ພະລັງງານທົດແທນຢູ່ກາງທະເລ.

        ສິ່ງທີ່ໜ້າສົນໃຈ, ແມ່ນການພັດທະນາເສດຖະກິດທະເລສີຂຽວ ຕິດພັນກັບການຮັບປະກັນວິທີຫາເງິນລ້ຽງຊີບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເຂດແຄມທະເລ, ໝູ່ເກາະ. ໃນເວທີປາໄສ “ພັດທະນາແບບຍືນຍົງເສດຖະກິດທະເລ ຫວຽດນາມ ປີ 2025”, ທີ່ ໄດ້ດຳເນີນໃນລະຫວ່າງວັນທີ 12 – 13 ທັນວາ, ຢູ່ແຂວງ ກວາງນິງ, ທ່ານ ຮວ່າງແທັງຫວິງ, ພະນັກງານຄຸ້ມຄອງໂຄງການເສດຖະກິດໝູນວຽນ ແລະ ທະເລ UNDP, ຕີລາຄາສູງເລື່ອງສ້າງຕັ້ງບັນດາກຸ່ມອຸດສາຫະກຳລ້ຽງປູກສິນໃນນ້ຳ ເຊິ່ງ ຫວຽດນາມ ພວມຜັນຂະຫຍາຍ.

        “ເລື່ອງສ້າງຕັ້ງບັນດາກຸ່ມອຸດສາຫະກຳລ້ຽງປູກສິນໃນນ້ຳຊ່ວຍພໍ່ແມ່ປະຊາຊົນເຂົ້າຮ່ວມບັນດາເຂດອຸດສາຫະກຳ. ຜ່ານນັ້ນ, ສ້າງພື້ນຖານໂຄງລ່າງອຸດສາຫະກຳລ້ຽງປູກແບບຍືນຍົງ, ມີສົ້ນເຂົ້າ, ສົ້ນອອກໃຫ້ແກ່ພໍ່ແມ່ປະຊາຊົນ. ນີ້ແມ່ນທິດກ້າວເດີນທີ່ສຳຄັນທີ່ສຸດ”.

        ໄປຄຽງຄູ່ກັບການພັດທະນາ, ຫວຽດນາມ ຖືການປົກປັກຮັກສາສິ່ງແວດລ້ອມ ແລະ ລະບົບນິເວດທະເລເປັນສຳຄັນພິເສດ. ວຽກງານການຄຸ້ມຄອງ, ອະນຸລັກຮັກສາຊີວະນາໆພັນທະເລໄດ້ຮັບການເພີ່ມທະວີ; ການຂຸດຄົ້ນສິນໃນນ້ຳໄດ້ຮັບການຄວບຄຸມຢ່າງແໜ້ນແຟ້ນຕາມທິດຍືນຍົງ; ຂ້ຽວຂາດ ຕ້ານການຂຸດຄົ້ນ IUU, ທັງປົກປັກຮັກສາແຫຼ່ງຜົນປະໂຫຍດໄລຍະຍາວ, ທັງຕອບສະໜອງຄວາມຮຽກຮ້ອງຕ້ອງການເຊື່ອມໂຍງເຂົ້າກັບສາກົນ. ທ່ານ ດ່າວຈ້ອງຄວາ, ຮອງປະທານຜູ້ປະຈຳການ ສະຫະສະມາຄົມວິສາຫະກິດການບໍລິການ Logistics ຫວຽດນາມ ຖືວ່າ:

        “ຄຳຮຽກຮ້ອງຕ້ອງການສີຂຽວ ແລະ ຮັບມືຢ່າງວ່ອງໄວແມ່ນ 2 ພາກສ່ວນສຳຄັນຂອງບໍ່ວ່າລະບົບສະໜອງໃດໆໃນສະພາບການໂລກຂາດສະຖຽນລະພາບກ່ຽວກັບພູມີສາດການເມືອງ ແລະ ບັນດາຄຳຮຽກຮ້ອງທີ່ນັບມື້ນັບເພີ່ມຂຶ້ນກ່ຽວກັບການ “ຫັນເປັນສີຂຽວ”, ເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດຈາກບັນດາປະເທດໃນທົ່ວໂລກ. ປັດຈຸບັນນີ້, ວິວັດທະນາການມຸ່ງໄປເຖິງ logistics ສີຂຽວ ແລະ ຮັບມືຢ່າງວ່ອງໄວ ຈະປະກອບສ່ວນເຂົ້າໃນຂະບວນວິວັດຫຼຸດຜ່ອນການປ່ອຍອາຍພິດກາກບອນຂອງຂະແໜງ logistics ທະເລ ຫວຽດນາມ.”

       ການເຕີບໂຕ, ຄວາມໝັ້ນຄົງ, ສິ່ງແວດລ້ອມ ແລະ ທີ່ຕັ້ງບົດບາດສາກົນ

        ເພື່ອພັດທະນາເສດຖະກິດທະເລຕາມທິດສີຂຽວ, ຫວຽດນາມ ພວມຄ່ອຍໆສ້າງລະບອບລະບຽບການຢ່າງສົມບູນແບບ, ປະກາດໃຊ້ບັນດາຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວ, ເສດຖະກິດໝູນວຽນ, ຕະຫຼອດຮອດການປະສານກັບເປົ້າໝາຍປົກປັກຮັກສາສິ່ງແວດລ້ອມເຂົ້າໃນແຜນຜັງ, ແຜນການພັດທະນາເສດຖະກິດ - ສັງຄົມ, ເຊັ່ນ ມະຕິສະບັບເລກທີ 36 ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງ ຮອດປີ 2030, ວິໄສທັດຮອດປີ 2045. ຫຼາຍຂົງເຂດໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ. ພ້ອມດຽວກັນນັ້ນ, ຫວຽດນາມ ພວມເປັນເຈົ້າຂອງເຕັກໂນໂລຢີເພື່ອຂຸດຄົ້ນເສດຖະກິດທະເລດ້ວຍຈິນຕະນາການສີຂຽວ.

        ພ້ອມດຽວກັນນັ້ນ, ເພື່ອສ້າງຕັ້ງບັນດາສົ້ນການເຕີບໂຕທະເລສີຂຽວ, ເຊື່ອມຕໍ່ບັນດາສູນເສດຖະກິດ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເພື່ອພັດທະນາເຄືອຂ່າຍທະເລໂລກ. ໃນກອງປະຊຸມມະຫາສະໝຸດຂອງ ສປຊ ໄດ້ດຳເນີນໃນເດືອນກັນຍາຜ່ານມາ, ຢູ່ ຝລັ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

        “ໂດຍແມ່ນປະເທດແຄມທະເລ, ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ, ກຽມພ້ອມຮ່ວມເດີນທາງໃນຄວາມມານະພະຍາຍາມທົ່ວໂລກເພື່ອປົກປົກຮັກສາມະຫາສະໝຸດ, ແມ່ນຄູ່ຮ່ວມມືຕັ້ງໜ້າ ພ້ອມແລ້ວເຂົ້າຮ່ວມການນຳພາບັນດາກົນໄກຮ່ວມມືກ່ຽວກັບການພັດທະນາທະເລສີຂຽວ, ຍືນຍົງ. ຫວຽດນາມ ກຽມພ້ອມປະກອບສ່ວນເຂົ້າໃນບັນດາຂໍ້ລີ້ເລີ່ມທາງດ້ານການເງິນທະເລສີຂຽວແບບຍຸຕິທຳ, ຍືນຍົງ, ເພີ່ມທະວີການລົງທຶນຄົ້ນຄວ້າ, ພັດທະນາການໝູນໃຊ້ວິທະຍາສາດທະເລ; ຍູ້ແຮງການຖ່າຍທອດເຕັກໂນໂລຢີຮ່ວມມືຄົ້ນຄວ້າ, ແບ່ງປັນບົດຮຽນປະສົບການ; ນຳໃຊ້ການພັດທະນາເສດຖະກິດທະເລແບບຍືນຍົງໃຫ້ມີປະສິດທິຜົນ”.

        ການພັດທະນາເສດຖະກິດທະເລຕາມທິດສີຂຽວ ແລະ ຍືນຍົງ ບໍ່ພຽງແຕ່ແມ່ນຄຳຮຽກຮ້ອງທີ່ຈຳເປັນສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຍຸດທະສາດເພື່ອທັງສ້າງຄວາມຮັກມືຢູ່ທະເລ, ທັງຮັກສາເຂດຄົງຕົວທີ່ສຳຄັນຂອງຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເປົ້າໝາຍພັດທະນາແບບຍືນຍົງທົ່ວໂລກ./.

(ແຫຼ່ງຄັດຈາກ VOV)

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕຳຫຼວດ​ທະ​ເລ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາວ​ປະ​ມົງ

ຕອນເຊົ້າວັນທີ 15 ທັນວາ, ຢູ່ແຂວງ ແທັງຮວ໊າ, ຄະນະປະຈຳຄະນະພັກກອງບັນຊາການຕຳຫຼວດທະເລ ຫວຽດນາມ ໄດ້ສົມທົບກັບຄະນະປະຈຳພັກແຂວງ ແທັງຮວ໊າ ຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການສົມທົບວຽກງານຂົນຂວາຍປະຊາຊົນ “ຕຳຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ໄລຍະ 2025 – 2030.

Top