• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ກາຍເປັນຊາຍຄາລວມຂອງນັກທຸລະກິດ ຫວຽດນາມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ຄັ້ງທີ 2, ອາຍຸການ 2018 – 2023 ໄດ້ດຳເນີນໃນຕອນເຊົ້າວັນທີ 21 ພະຈິກ ຢູ່ຮ່າໂນ້ຍ. 
 
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ຄັ້ງທີ 2, ອາຍຸການ 2018 – 2023 (ພາບ: TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ ຫງວຽນວັນບີງ, ຫົວໜ້າຄະນະເສດຖະກິດສູນກາງໄດ້ຮັບຮູ້ການປະກອບສ່ວນຢ່າງລະອຽດຂອງປະຊາຄົມນັກທຸລະກິດພາກເອກະຊົນເວົ້າລວມ, ຂອງສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ເວົ້າສະເພາະ. ທ່ານ ຫງວຽນວັນບີງ ກ່າວວ່າ:

        ໃນໄລຍະຜ່ານມາ, ເສດຖະກິດພາກເອກະຊົນຮັກສາລະດັບຄວາມໄວການເຕີບໂຕດີ, ກວມກ່ວາ 40% GDP, ສ້າງວຽກເຮັດງານທຳໃຫ້ກຳລັງແຮງງານກ່ວາ 85%, ປະກອບສ່ວນກໍ່ສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງ. ພ້ອມກັບການກຳເນີດ ແລະ ພັດທະນາຂອງເສດຖະກິດພາກເອກະຊົນ, ສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຄົມສູນກາງປະຕິບັດໄດ້ພາລະກຳທີ່ເປັນຕົວແທນໃຫ້ຖັນແຖວນັກທຸລະກິດພາກເອກະຊົນ ແລະ ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດທີ່ມີຄວາມເອກອ້າງທະນົງໃຈ.

        ທີ່ກອງປະຊຸມໃຫຍ່, ສະມາຄົມນັກທຸລະກິດພາກເອກະຊົນ ຫວຽດນາມ ໄດ້ກຳນົດໃນອາຍຸການ 2018 – 2023, ສືບຕໍ່ປະຕິບັດບັນດາມາດຕະການສ້າງສະມາຄົມນັບມື້ນັບໝັ້ນຄົງເຂັ້ມແຂງ, ກາຍເປັນຊາຍຄາລວມຂອງຖັນແຖວນັກທຸລະກິດພາກເອກະຊົນ ຫວຽດນາມ ຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)


ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top