• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ວາງຫງາຍ ຕ້ອງບືນຕົວຂຶ້ນກາຍເປັນໜຶ່ງໃນບັນດາສູນກາງພັດທະນາຂອງພາກກາງ

ໃນການເດີນທາງຢ້ຽມຢາມບັນດາແຂວງຕອນໃຕ້ພາກກາງ, ຕອນບ່າຍວັນທີ 26 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ພ້ອມດ້ວຍຄະນະ ໄດ້ເຮັດວຽກກັບຄະນະປະຈໍາພັກແຂວງ ກວາງຫງາຍ.

ໃນການເດີນທາງຢ້ຽມຢາມບັນດາແຂວງຕອນໃຕ້ພາກກາງ, ຕອນບ່າຍວັນທີ 26 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ພ້ອມດ້ວຍຄະນະ ໄດ້ເຮັດວຽກກັບຄະນະປະຈໍາພັກແຂວງ ກວາງຫງາຍ.

   

ປະທານສະພາແຫ່ງຊາດ ເວືອງດິງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

 ກ່າວຄຳເຫັນທີ່ການພົບປະເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ໄດ້ສະເໜີວ່າ: ແຂວງ ກວາງຫງາຍ ຕ້ອງລໍ່ລ້ຽງຄວາມຄາດຫວັງພັດທະນາຂອງຕົນ ໃຫ້ກາຍເປັນແຂວງທີ່ພັດທະນາດີ, ແລະ ເພື່ອໃຫ້ ກວາງຫງາຍ ກາຍເປັນສູນກາງພັດທະນາຂອງພາກກາງ. ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ປາດຖະໜາວ່າ ແຂວງ ກວາງຫງາຍ ສືບຕໍ່ເສີມຂະຫຍາຍມູນເຊື້ອປະຫວັດສາດການປະຕິວັດ, ນ້ຳໃຈສາມັກຄີ, ປະຊາທິປະໄຕ, ກົດລະບຽບວິໄນ, ຊຸກຍູ້ການປະດິດຄິດສ້າງ , ສູ້ຊົນປະຕິບັດໜ້າທີ່ການເມືອງຂອງແຂວງຢ່າງມີໄຊ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດຄົບຮອບ 75 ປີ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນເຊົ້າວັນທີ 26 ກໍລະກົດ, ໃນການເດີນທາງໄປປະຕິບັດງານຢູ່ບັນດາແຂວງພາກກາງ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຖະຫວາຍດອກໄມ້, ຈູດທູບໃຕ້ທຽນ ອາໄລຫານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດນະຄອນ ກວ໋າງຫງາຍ..

ຫຼັງຈາກນັ້ນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພ້ອມດ້ວຍຄະນະປະຕິບັດງານໄດ້ຖະຫວາຍດອກໄມ້, ທູບທຽນຢູ່ເຂດອະນຸສາວະລີ ອະດີດນາຍົກລັດຖະມົນຕີ ຟ້າມວັນດົ່ງ ຢູ່ບ້ານ ທິໂຝ, ຕາແສງ ດຶກເຕິນ, ເມືອງ ໂມະດຶກ. ກ່ອນໜ້ານັ້ນ, ທ່ານ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຄອບຄົວແມ່ ຫວຽດນາມ ວິລະຊົນ ເລທິທື; ຄອບຄົວທະຫານເສຍອົງຄະ ¼ ຟານກວາງນາມ, ຢູ່ຕາແສງ ເຈິ່ນຝູ, ນະຄອນ ກວ໋າງຫງາຍ.

(ແຫຼ່ງຄັດຈາກ VOV)

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top