• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ວາ 5800 ຄົນເສຍຊີວິດຍ້ອນໂລກລະບາດ Covid-19

      ໄລ່ຮອດວັນທີ 15 ມີນາ, ໂລກລະບາດ Covid-19 ໄດ້ປະກົດມີຢູ່ 151 ປະເທດ ແລະ ເຂດແຄ້ວນ, ເຮັດໃຫ້ມີຜູ້ຕິດເຊື້ອພະຍາດກ່ວາ 156.000 ຄົນ ແລະ 5821 ຄົນເສຍຊີວິດ. ໃນ 24 ຊົ່ວໂມງຜ່ານມາ, ຢູ່ໃນໂລກມີຜູ້ເສຍຊີວິດຕື່ມອີກ 392 ຄົນ, ສ່ວນຫຼາຍແມ່ນຢູ່ອີຣານ ແລະ ອີຕາລີ.
      ອີຕລີ: ມີຜູ້ເສຍຊີວິດໃໝ່ 175 ຄົນ, ອັນໄດ້ຍົກຈຳນວນຜູ້ເສຍຊີວິດທັງໝົດຍ້ອນໂລກລະບາດ Covid-19 ຢູ່ປະເທດນີ້ຂຶ້ນເຖິງ 1440 ກ່ວາຄົນ, ຜູ້ຕິດເຊື້ອທັງໝົດແມ່ນ 21.100 ຄົນ.
      ແອດສະປາຍ: ກາຍເປັນປະເທດທີ່ 2 ຢູ່ເອີລົບ ມີຜູ້ຕິດເຊື້ອພະຍາດດ້ວຍ 6400 ຄົນ
      ຝລັ່ງ: ຈຳນວນຜູ້ຕິດເຊື້ອພະຍາດແມ່ນ 4500 ຄົນ ແລະ ມີ 91 ຄົນເສຍຊີວິດ.
      ອັງກິດ: ວັນທີ 14 ມີນາ, ມີຜູ້ເສຍຊີວິດ ແລະ ຕິດພະຍາດ Covid-19 ສູງທີ່ສຸດໃນເວລາ 1 ວັນ ນັບແຕ່ຈຸດເວລາເກີດໂລກລະບາດ ຂະນະທີ່ມີຜູ້ເສຍຊີວິດ 10 ຄົນ ແລະ ຜູ້ຕິດເຊື້ອພະຍາດຕື່ມອີກ 350 ຄົນ. ປະຈຸບັນ, ປະເທດນີ້ມີຜູ້ຕິດເຊື້ອພະຍາດທັງໝົດ 1140 ຄົນ ແລະ ມີ 21 ຄົນເສຍຊີວິດແລ້ວ.
   ໜ້າເອົາໃຈໃສ່ແມ່ນ, ໂລກລະບາດມີສັນຍານແຜ່ລາມຢູ່ ອາຟຣິກາ, ປະຈຸບັນ, ມີ 19 ປະເທດ ອາຟຣິກາ ໄດ້ກວດພົບຜູ້ຕິດເຊື້ອພະຍາດ Covid-19  ແລ້ວ.
   ການນຳປະເທດຕ່າງໆ, ບັນດານັກການເມືອງກໍ່ຖືກຜົນກະທົບຈາກໂລກລະບາດດັ່ງກ່າວ ຊື່ງລວມມີ: ລັດຖະມົນຕີກະຊວງຄົມມະນາຄົມ Indonesia, ຮອງປະທານາທິບໍດີອີຣານ, ລັດຖະມົນຕີກະຊວງມໍລະດົກ ວັດທະນະທຳ ແລະ ການທ່ອງທ່ຽວ, ລັດຖະມົນຕີກະຊວງອຸດສາຫະກຳ, ຂຸດຄົ້ນບໍ່ແຫ່ ແລະ ວິສາຫະກິດອີຣານ, ລັດຖະມົນຕີກະຊວງສະເໝີພາບແອດສະປາຍ, ລັດຖະມົນຕີກະຊວງວັດທະນະທຳຝລັງ…..
 (ແຫຼ່ງຄັດຈາກ VOV)
 

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top