• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກົດ​ໝ​າຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ (ສະ​ບັບ​​ປັບ​ປຸງ) ຊ່ວຍ ຫວຽດ​ນາມ ປະ​ຕິ​ບັດ​ບັນ​ດາ​ຂໍ້​ຜູກ​ພັນ​ໃນ​ສັນ​ຍາ​ສາ​ກົນ ​ໃຫ້ດີ​ກ່​ວາ​

ທີ່ວາລະປຶກສາຫາລື, ບັນດາສະມາຊິກ ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນ ແລະ ບັນດາເນື້ອໃນໃຫຍ່ທີ່ໄດ້ຮັບການປັບປຸງ ແລະ ເພີ່ມເຕີມໃນກົດໝາຍວ່າດ້ວຍການຄ້າມະນຸດ.
ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: quochoi.vn)

ຕອນເຊົ້າວັນທີ 24 ມິຖຸນາ, ຢູ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ). ນີ້ແມ່ນກົດໝາຍສຳຄັນທີ່ສຸດ, ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານການຄ້າມະນຸດ, ຕ້ອນຮັບ, ໜູນຊ່ວຍ ແລະ ປົກປ້ອງຜູ້ປະສົບເຄາະຮ້າຍ, ຜູ້ພວມຢູ່ໃນວິວັດການຢັ້ງຢືນແມ່ນຜູ້ປະສົບເຄາະຮ້າຍຈາການຄ້າມະນຸດ, ການຮ່ວມມືສາກົນ ກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ.

ທີ່ວາລະປຶກສາຫາລື, ບັນດາສະມາຊິກ ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນ ແລະ ບັນດາເນື້ອໃນໃຫຍ່ທີ່ໄດ້ຮັບການປັບປຸງ ແລະ ເພີ່ມເຕີມໃນກົດໝາຍວ່າດ້ວຍການຄ້າມະນຸດ. ບັນດາສະມາຊິກ ໄດ້ຕີລາຄາວ່າ ຮ່າງກົດໝາຍໄດ້ເພີ່ມເຕີມບາງຫຼັກການ ແລະ ນະໂຍບາຍສຳຄັນຂອງລັດ ກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ. ທ່ານນາງ ຈິງທິຕູແອັງ ສະມາຊິກສະພາແຫ່ງຊາດ ແຂວງເລິມດົ່ງ ເນັ້ນໜັກວ່າ:

ການປັບປຸງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (2011) ຢ່າງຮອບດ້ານ ປະກອບສ່ວນເຂົ້າໃນການປະຕິບັດຄວາມຮັບຜິດຊອບເປັນສະມາຊິກ ຂອງຫວຽດນາມ ໃນບັນດາຂໍ້ຜູກພັນໃນສັນຍາສາກົນ ໃຫ້ເປັນຢ່າງດີກ່ວາ. ຕາມນັ້ນແລ້ວ, ຫວຽດນາມ ມີຄວາມຮັບຜິດຊອບປະຕິບັດ ບັນດາຂໍ້ຜູກພັນໃນສັນຍາສາກົນ ກ່ຽວກັບບັນຫານີ້ຢ່າງສຸດໃຈ ແລະ ມີເຈັດຕະນາດີ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ວັນທີ 27 ກັນຍາ, ຫວຽດນາມ ແລະ ກຸຍບາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນໄລຍະໃໝ່.

Top