• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມ​ບໍ​ລິ​ສັດ LG ສ້າງ​ໂຮງ​ງານ​ຜະ​ລິດ​ທາດ​ຕັ້ງ​ຕົ້ນ​ຂອງ​ທາດ​ເຄິ່ງ​ຊັກ​ນຳໄຟ​ຟ້າ​ຢູ່ ຫວຽດ​ນາມ

ໂຮງ​ງານ​ແຫ່ງ​ໃໝ່​ຢູ່ ຫາຍ​ຟ່ອງ ໄດ້​ຮັບ​ການ​ກໍ່​ສ້າງ​ຂຶ້ນ​ບົນ​ເນື້ອ​ທີ​່​ປະ​ມ​ານ 330.000 ຕາ​ແມັດ; ຄາດ​ວ່າ ຈະເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ເດືອນ​ໜ້າ ແລະ ກໍ່​ສ້າງ​ສຳ​ເລັດ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2027.
  ໂຮງ​ງານ​ຂອງ LG Innotek ຢູ່ ຫາຍ​ຟ່ອງ (ພາບ: LG Innotek)  

ວັນ​ທີ 04 ມິ​ຖຸ​ນາ, ຢູ່ ເຊີ​ອຸນ, ສ.ເກົາຫຼີ, ກຸ່ມ​ບໍ​ລິ​ສັດ LG Innotek ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ (MOU) ກັບ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ຫາຍ​ຟ່ອງ ກ່ຽວ​ກັບ​ໂຄງ​ການ​ເປີດກວ້າງ​ການ​ລົງ​ທຶນ​ເຂົ້າ​ການ​ກໍ່​ສ້າງ​ໂຮງ​ງານ​​ແຜ່​ນ​ຮອງ​ຖານ​ເຄິ່ງ​ຊັກ​ນຳໄຟ​ຟ້າ​ ຫວຽດ​ນາມ.

ຕາມ​​ຂໍ້​ຕົກ​ລົງ, ໂຮງ​ງານ​ແຫ່ງ​ໃໝ່​ຢູ່ ຫາຍ​ຟ່ອງ ໄດ້​ຮັບ​ການ​ກໍ່​ສ້າງ​ຂຶ້ນ​ບົນ​ເນື້ອ​ທີ​່​ປະ​ມ​ານ 330.000 ຕາ​ແມັດ; ຄາດ​ວ່າ ຈະເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ເດືອນ​ໜ້າ ແລະ ກໍ່​ສ້າງ​ສຳ​ເລັດ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2027. ປັດ​ຈຸ​ບັນ​ນີ້, ກຸ່ມ​ບໍ​ລິ​ສັດ LG Innotek ພວມດຳ​ເນີນ​ການ​ເຄື່ອນ​ໄຫວ​ໂຮງ​ງານ​ຜະ​ລິດ ໂມ​ດູນ ຄາ​ແມ​ຣາ (Modul Camera). ເຖິງ​ຢ່າງ​ໃດ​ກໍ​ຕາມ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ທາງ​ບໍ​ລິ​ສັດ​ໄດ້​ສ້າງ​ຕັ້ງ​ຮາກ​ຖານ​ຜະ​ລິດແຜ່ນ​ຮອງ​ຖານ​ທາດ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ​ທີ່ກ້​າວ​ໜ​້າຫຼາຍ​ປະ​ເພດ​​ຢູ່ ຫວຽດ​ນາມ. ຜ່ານ​ໂຄງ​ການ​ນີ້, ກຸ່ມ​ບໍ​ລິ​ສັດ LG Innotek ຈະ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດການ​ຜະ​ລິດ​ຢູ່​ໂຮງ​ງານ​ສອງ​ແຫ່ງ​ໄປ​ຄຽງ​ຄູ່​ກັນ. ໃນ​ນັ້ນ, ຮາກ​ຖານ​ຢູ່ Gumi (ສ.ເກົາຫຼີ) ຈະ​ສວມ​ບົດ​ບາດ​ເປັນ​ໂຮງ​ງານ​ແມ່, ຮັບ​ຜິດ​ຊອບ​ການ​ຄົ້ນ​ຄວ້າ​ເຕັກ​ໂນ​ໂລ​ຢີ​ໃໝ່ ແລະ ຜະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ. ສ່ວນ​ໂຮງ​ງານ​ຢູ່​ຫາຍ​ຟ່ອງ ຈະ​ສຸມ​ໃສ່​ການ​ຜະ​ລິດ​ບັນ​ດາ​ສ່ວນ​ປະ​ກອບ​ທາດ​ຕັ້ງ​ຕົ້ນຂອງ​ທາດ​ເຄິ່ງ​ຊັກ​ນຳໄຟ​ຟ້າ​ທົ່ວ​ໄປ ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top