• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຸ່ມບໍລິສັດ BKAV ຜະລິດເຄື່ອງຊ່ວຍຫາຍໃຈເພື່ອປິ່ນປົວຜູ້ຕິດໂຄວິດ 19

      ມີວິສາຫະກິດ 3 ແຫ່ງໃນໂລກ ໄດ້ຮັບຫນັງສືອະນຸຍາດໃຫ້ຜະລິດເຄື່ອງຊ່ວຍຫາຍໃຈຢ່າງເປັນທາງການ, ໃນນັ້ນ ມີກຸ່ມບໍລິສັດ Vingroup ຂອງຫວຽດນາມ

ມີກຳມະກອນຂອງໂຮງງານກວ່າ 9000 ຄົນກຽມພ້ອມຜະລິດເຄື່ອງຊ່ວຍຫາຍໃຈ
ພາບ: baogiaothong
      ກຸ່ມບໍລິສັດເຕັກໂນໂລຊີ BKAV ປະກາດ ໄດ້ສຳເລັດແຜນການຜະລິດເຄື່ອງຊ່ວຍຫາຍໃຈເພື່ອຊ່ວຍປີ່ນປົວໃຫ້ຜູ້ຕິດໂຄວິດ 19. ຕາມແຜນການແລ້ວ, ກາງເດືອນ ພຶດສະພາຈະມາເຖິງ ກຸ່ມບໍລິສັດດັ່ງກ່າວ ຈະຜະລິດເຄື່ອງຊ່ວຍຫາຍໃຈຊຸດທົດລອງທຳອິດ ເພື່ອສາມາດຂໍອະນຸຍາດກະຊວງສາທາລະນະສຸກເພື່ອໃຫ້ຜະລິດເປັນຈຳນວນຫລາຍໃນໄລຍະຕໍ່ໄປ.
ເຄື່ອງຊ່ວຍຫາຍໃຈດັ່ງກ່າວແມ່ນເຮັດຕາມຮູບແບບ PB560 ຂອງບໍລິສັດອຸປະກອນການແພດແຖວຫນ້າຂອງໂລກ Medtronic. ປະມານ 10% ຜູ້ຕິດເຊື້ອໂຄວິດ 19 ຕ້ອງນຳໃຊ້ເຄື່ອງຊ່ວຍຫາຍໃຈໃນການປິ່ນປົວ ສະນັ້ນ ໂລກພວມຂາດແຄນອຸປະກອນນີ້ຫລາຍ.
 ກ່ຽວຂ້ອງເຖິງເຄື່ອງຊ່ວຍຫາຍໃຈ.
ກ່ອນຫນ້ານີ້ ໃນວັນທີ 8 ເມສາ ບໍລິສັດ Medtronic ໄດ້ຢັ້ງຢືນວ່າ ມີວິສາຫະກິດ 3 ແຫ່ງໃນໂລກ ໄດ້ຮັບຫນັງສືອະນຸຍາດໃຫ້ຜະລິດເຄື່ອງຊ່ວຍຫາຍໃຈຢ່າງເປັນທາງການ, ໃນນັ້ນ ມີກຸ່ມບໍລິສັດ Vingroup ຂອງຫວຽດນາມ, Foxconn ຂອງໄຕ້ຫວັນ ແລະ  Baylis Medical ຂອງການາດາ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top