• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ມາ​ທິ​ການ​ສັງ​ຄົມ ຂອງ ສະ​ພາ​ແຫ່ງ​ຊາດ ກວດ​ກາ​ຮ່າງ​ບົດ​ລາຍ​ງານ​ຂອງ ລັດ​ຖະ​ບານ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ທ່ານນາງ ຫງວຽນຖຸຍແອັງ ຫົວໜ້າກຳມາທິການສັງຄົມ ຢັ້ງຢືນວ່າ ສະພາແຫ່ງຊາດ ຍາມໃດກໍ່ຮ່ວມເດີນທາງກັບລັດຖະບານ ເພື່ອປະຕິບັດບັນດາວິທີການແກ້ໄຂໃນການຟື້ນຟູເສດຖະກິດ ສັງຄົມ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ.
ພາບປະກອບ: TTXVN

ຕອນເຊົ້າວັນທີ 19 ຕຸລາ, ກຳມາທິການສັງຄົມ ຂອງ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະ ດ້ວຍຮູບແບບທາງໄກສົມທົບໂດຍກົງ ເພື່ອກວດກາບົດລາຍງານຂອງ ລັດຖະບານ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ສະພາບການປະຕິບັດມະຕິເລກທີ 30/2021/QH15 ຂອງສະພາແຫ່ງຊາດ. ນະທີ່ນີ້, ບັນດາຜູ້ແທນໄດ້ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ລັດຖະບານໃນໄລຍະຜ່ານມາ, ໃນນັ້ນໄດ້ເນັ້ນໜັ້ກເຖິງລັກສະນະໄຫວພິບ ໃນການບໍລິຫານຂອງ ລັດຖະບານ, ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕາມທິດທັງເຮັດ, ທັງຖອດຖອນບົດຮຽນ, ຮັບຟັງຄຳເຫັນຂອງບັນດານັກວິທະຍາສາດ ແລະ ຫາງສຽງສັງຄົມ. ໄປຄຽງຄູ່ກັນນັ້ນ, ບັນດາຜູ້ແທນໄດ້ສະເໜີ ລັດຖະບານ ຍົກອອກຂໍ້ສະເໜີແນະ ຄື ບູລະນະ, ຍົກສູງກຳລັງຄວາມສາມາດລະບົບການແພດປ້ອງກັນ ໃນການຮັບມືກັບບັນດາກໍລະນີສຸກເສີນ, ຍູ້ແຮງວຽກງານການທູດ ວັກຊິນ ແລະ ການສັກວັກຊິນ…

ທ່ານນາງ ຫງວຽນຖຸຍແອັງ ຫົວໜ້າກຳມາທິການສັງຄົມ ຢັ້ງຢືນວ່າ ສະພາແຫ່ງຊາດ ຍາມໃດກໍ່ຮ່ວມເດີນທາງກັບລັດຖະບານ ເພື່ອປະຕິບັດບັນດາວິທີການແກ້ໄຂໃນການຟື້ນຟູເສດຖະກິດ ສັງຄົມ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ສ້າງແຫຼ່ງວັກຊິນໃຫ້ແກ່ທົ່ວປວງຊົນໂດຍໄວ, ສ້າງພູນຕ້ານທານໃນຊຸມຊົນ. ທ່ານນາງ ຫງວຽນຖຸຍແອັງ ໄດ້ສະເໜີໃຫ້ລັດຖະບານ, ບັນດາກະຂວງ, ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ຮັບເອົາບັນດາຄຳເຫັນຢູ່ວາລະປະຊຸມເພື່ອສ້າງບົດລາຍງານໃຫ້ສົມບູນແບບ ຍື່ນສະເໜີຕໍ່ສະພາແຫ່ງຊາດ ເພື່ອພິຈາລະນາ, ປະກອບຄຳເຫັນຢູ່ກອງປະຊຸມສະໄໝສາມັນຄັ້ງທີ 2.

(ແຫຼ່ງຄັດຈາກ VOV)

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ ປະພາຄານ ໃນ ອາຊຽນ

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສິງກະໂປ ໃຫ້ກາຍເປັນ “ປະພາຄານ” ໃນ ອາຊຽນ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ 2 ຝ່າຍຮ່ວມມືກັນໃນການພັດທະນາໄຟຟ້ານິວເຄຼຍໂມດູນຂະໜາດນ້ອຍ; ສ້າງບັນດາໂຄງການຮ່ວມມືລະອຽດໃນຂົງເຂດສິນເຊື່ອກາກບອນ

Top