• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ປູ​ເຈຍ ແລະ ໄທ​ຄາດ​ວ່າ​ຈະ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ຮ່ວມ​ໃນ​ວັນ​ທີ 4 ສິງ​ຫາ

ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ກຳປູເຈຍ Tea Seiha ພ້ອມກັບຄູ່ຮ່ວມຕຳແໜ່ງ ໄທຈະເປັນປະທານຮ່ວມກອງປະຊຸມຄະນະກຳມະການຊາຍແດນຮ່ວມລະຫວ່າງ ສອງປະເທດ ທີ່ຄາດວ່າຈະດຳເນີນຢູ່ກຳປູເຈຍ ໃນວັນທີ 4 ສິງຫາ.
ພາບປະກອບ: REUTERS/Tyrone Siu
ວັນທີ 30 ກໍລະກົດ, ສຳນັກຂ່າວສານ ກຳປູເຈຍ (AKP) ໄດ້ຄັດສະເໜີຄຳເວົ້າຂອງທ່ານນາງ Maly Socheata ໂຄສົກກະຊວງປ້ອງກັນປະເທດ ກຳປູເຈຍ ໂດຍໃຫ້ຮູ້ວ່າທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ກຳປູເຈຍ Tea Seiha ພ້ອມກັບຄູ່ຮ່ວມຕຳແໜ່ງ ໄທຈະເປັນປະທານຮ່ວມກອງປະຊຸມຄະນະກຳມະການຊາຍແດນຮ່ວມລະຫວ່າງ ສອງປະເທດ ທີ່ຄາດວ່າຈະດຳເນີນຢູ່ກຳປູເຈຍ ໃນວັນທີ 4 ສິງຫາ. ທ່ານນາງ Socheata ໄດ້ຢັ້ງຢືນຄືນໃໝ່ວ່າ ລັດຖະບານ ແລະ ກອງທັບກຳປູເຈຍຍັງໃຫ້ຄຳໝັ້ນສັນຍາປະຕິບັດບັນດາມາດຕາຂອງຂໍ້ຕົກລົງຢຸດຍິງຢ່າງຄົບຖ້ວນ, ລວມມີການຢຸດຕິທຸກການເຄື່ອນໄຫວປໍລະປັກຢ່າງສິ້ນເຊິງ, ບໍ່ລະດົມ ຫຼື ຈັດສົ່ງກຳລັງທະຫານຕື່ມອີກ, ກອງທັບສອງປະເທດຕ້ອງຮັກສາທີ່ຕັ້ງນັບແຕ່ຕອນກາງຄືນຂອງວັນທີ 28 ກໍລະກົດ, ສ້າງຕັ້ງກຸ່ມປະຕິບັດງານເພື່ອເປັນຊ່ອງທາງຕິດຕໍ່ພົວພັນ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ລັດ​ເຊຍ - ລ​າວ​ພວມ​ພັດ​ທະ​ນາ​ໂດຍ​ໄວ

ການ​ພົວ​ພັນ ລັດ​ເຊຍ - ລ​າວ​ພວມ​ພັດ​ທະ​ນາ​ໂດຍ​ໄວ

ທ່ານປະທານປະເທດ ລາວ ທອງລຸນ ສີສຸລິດໃຫ້ຮູ້ວ່າ ການຢ້ຽມຢາມລັດເຊຍ ແມ່ນ ຫຼັກໝາຍ ສຳຄັນໃນການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດ.

Top