• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ນົດ​ລະ​ບົບ​ຄຸນ​ຄ່າຫຼັກ​ແຫຼ່ງ​ຂອງວັດ​ທະ​ນະ​ທຳ​ຊົນ​ຊາດ

ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍສະພາ ກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາວັດທະນະທຳໄລຍະ 2025 - 2035.
ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: quochoi.vn)

ມີຫຼາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດໄດ້ຢັ້ງຢືນວ່າ ນີ້ແມ່ນໂຄງການທີ່ມີລັກສະນະບຸກທະລຸ, ເພື່ອແນໃສ່ຫັນເປັນລະອຽດ ແລະ ຍູ້ແຮງການປະຕິບັດບັນດາທັດສະນະແຜນນະໂຍບາຍໃນການຊີ້ນຳ, ນຳພາຂອງພັກກ່ຽວກັບການພັດທະນາວັດທະນະທຳໃຫ້ມີປະສິດທິຜົນ, ປະກອບສ່ວນສ້າງວັດທະນະທຳກາຍເປັນພື້ນຖານທາງດ້ານຈິດໃຈຢ່າງໝັ້ນແກ່ນຂອງສັງຄົມ, ແມ່ນກຳລັງແຮງທີ່ເກີດຈາກພາຍໃນ ແລະ ແມ່ນຈິດວິນຍານຂອງ ຊາດ.  ມີສະມາຊິກສະພາແຫ່ງຊາດຫຼາຍທ່ານເນັ້ນໜັກວ່າ ບັນດາເປົ້າໝາຍ, ຄາດໝາຍ, ໜ້າທີ່ຂອງໂຄງການຕ້ອງໄດ້ສ້າງຂຶ້ນຢ່າງມີຈຸດສຸມ, ເຮັດແຈ້ງບັນດາເນື້ອໃນທີ່ຕ້ອງໃຫ້ບຸລິມະສິດປະຕິບັດກ່ອນ, ເພື່ອແນໃສ່ສ້າງບັນດາບາດກ້າວບຸກທະລຸໃນການພັດທະນາວັດທະນະທຳ, ໃນນັ້ນເອົາໃຈໃສ່ເຖິງ ບັນດາໜ້າທີ່ສຳຄັນ, ຮີບດ່ວນໃນການອະນຸລັກຮັກສາ, ພັດທະນາວັດທະນະທຳ, ພັດທະນາມະນຸດຢ່າງຮອບດ້ານ, ສ້າງພື້ນຖານວັດທະນະທຳ ຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ… ທ່ານ ຫງວຽນກວາງຮວນ ສະມາຊິກສະພາແຫ່ງຊາດແຂວງ ບິ່ງເຢືອງ ຖືວ່າ:

ເພື່ອເພີ່ມທະວີລັກສະນະເປັນໄປໄດ້ ແລະ ມີປະສິດທິຜົນຂອງໂຄງການ, ຕ້ອງກຳນົດຄຸນຄ່າຫຼັກແຫຼ່ງຂອງວັດທະນະທຳຊົນຊາດ. ໃນບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢູ່ກອງປະຊຸມວັດທະນະທຳທົ່ວປະເທດປີ 2021, ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ພື້ນຖານວັດທະນະທຳ ເຊິ່ງ ຫວຽດນາມ ກໍ່ສ້າງ ແມ່ນພື້ນຖານວັດທະນະທຳ ທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ມີເນື້ອໃນຫຼັກແຫຼ່ງແມ່ນເອກະລາດຊົນຊາດ ແລະ ສັງຄົມນິຍົມ, ລັດທິມາກ - ເລນິນ ແລະ ແນວຄິດໂຮ່ຈີມິນ ສວມບົດບາດຫຼັກໃນຊີວິດສັງຄົມ..           

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top