• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ນົດ​ຢ່າງ​ຈະ​ແຈ້ງ​ກົນ​ໄກ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຜ່ານ​ແອບ​ດີ​ຈີ​ຕອນ, ເຊື່ອມ​ຕໍ່​ຂໍ້​ມູນ

ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ນະ​ໂຍ​ບາຍ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ
  ຄະ​ນະ​ເຈົ້າ​ພາບ​ບໍ​ລິ​ຫານກອງ​ປະ​ຊຸມ (ພາບ: VNA)  

ໂດຍ​ສືບ​ຕໍ່​ກອງ​ປະ​ຊຸມ​ວິ​ສາ​ມັນ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI, ຕອນ​ເຊົ້າ​ວັນ​ທີ 22 ສິງ​ຫາ, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ນະ​ໂຍ​ບາຍ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ; ເນື້ອ​ໃນ​ກົນ​ໄກ, ນະ​ໂຍ​ບາຍ​ສຳ​ລັບ​ໂຄງ​ການ​ກໍ່​ສ້າງ​ເຂດ​ຕົວ​ເມືອງລ້ຳ​​ທະ​ເລ​ເພື່ອ​ນຳ​ເຂົ້າ​ຮ່​າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ຕົວ​ເມືອງ ແລະ ການ​ແຍກໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍ​ນິງ​ທ້ວນ​ເປັນ​ໂຄງ​ການ​ສະ​ເພາະ.

ປະ​ກອບ​ຄຳ​ເຫັນ​ໃສ່​ການ​ກຳ​ນົດທິດນະ​ໂຍ​ບາຍ​ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ, ບັນ​ດາ​ຜູ້​ແທນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ນີ້​ແມ່ນ​ກົດ​ໝາຍ​ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ສິດ​ຊັບ​ສິນ, ສິດ​ເສ​ລີ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ຄວາມ​ສາ​ມາດ​ໃນ​ການ​ລະ​ດົມ​ແຫຼ່ງ​ກຳ​ລັງ. ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນ​ະ​ໂປ່ງ​ໃສຂອງ​ຕະຫຼາດ, ບັນ​ດາ​ຜູ້​ແທນ​ຖື​ວ່າ​ຕ້ອງ​ກຳ​ນົດ​ແຈ້ງກວ່າ​ກົນ​ໄກ​ຄຸ້ມ​ຄອງ​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຜ່ານ​ແອັບ​ດີ​ຈີ​ຕອນ, ເຊື່ອມ​ຕໍ່​ຂໍ້​ມູນ, ພ້ອມ​ທັງ​ແກ້​ໄຂ​ຢ່າ​ງ້​ຂັ້ມ​ງວດ​ກໍ​ລະ​ນີ​ລະ​ເມີດ​ກົດ​ໝາຍ.

ທີ່​ການ​ເຮັດ​ວຽກ​ໃນ​ຕອນ​ບ່າຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ນາ​ຄານ​ແຫ່ງ​ລັດ, ຮ່າ​ງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການຫຼຸດ​ຜ່ອນ ​ອາ​ກອນ​ລາຍ​ຮັບ​ສ່ວນ​ບຸກ​ຄົນ, ​ອາ​ກອນ​ລາຍ​ຮັບ​ວິ​ສາ​ຫະ​ກິດ​ຕໍ່​ສ່ວນ​ບຸກ​ຄົນ ແລະ ວິ​ສາ​ຫະ​ກິດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top