• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳລັງທະຫານກະບົດບຸກເຂົ້າ ນະຄອນ Homs ຂອງ ຊີຣີ

ວັນທີ 6 ທັນວາ, ກຸ່ມທະຫານກະບົດ Hayat Tahrir al-Sham ແລະ ບັນດາພັນທະມິດ ໄດ້ບຸກເຂົ້າເຂດຊານນະຄອນ Homs, ພາຍຫລັງຍາດສິດຄວບຄຸມນະຄອນ Hama
ບັນດາມືປືນທະຫານກະບົດ ມຸ່ງໄປເຖິງ ນະຄອນ Homs ໃນວັນທີ 6 ທັນວາ. (ພາບ: AFP)

ມີປະຊາຊົນນັບພັນໆຄົນ ໄດ້ຫນີອອກຈາກນະຄອນ Homs ຂຶ້ນກັບພາກກາງ ຊີຣີ ກ່ອນທີ່ກຳລັງທະຫານກະບົດ ເລີ່ມຕົ້ນການບຸກເຂົ້າບັນດາເຂດ ຊານກຳແພງ ນະຄອນນີ້ ຊື່ງແມ່ນກຳແພງຍຸດທະສາດ ຊ່ວຍກຳລັງຂອງປະທານາທິບໍດີ Bashar al-Assad ປົກປັກຮັກສາ ນະຄອນຫລວງ Damascus ຂອງຊີຣີ.

ການຫນີໄປຂອງພັນໆຄົນດັ່ງກ່າວແມ່ນດຳເນີນໃນຄຳ່ຄືນວັນທີ 5 ທັນວາ ຮອດຕອນເຊົ້າວັນທີ 6 ທັນວາ ຕາມເວລາທ້ອງຖິ່ນ, ມຸ່ງເຖິງບັນດາເຂດແຄມທະເລທາງທິດຕາເວັນຕົກ ຊຶ່່ງເຄິຍແມ່ນກຳແພງຊ່ວຍກຳລັງຂອງປະທານາທິບໍດີ Bashar al-Assad ປົກປັກຮັກສານະຄອນຫລວງ Damascus.

ໃນຂະນະນັ້ນ ວັນທີ 6 ທັນວາ, ກຸ່ມທະຫານກະບົດ Hayat Tahrir al-Sham ແລະ ບັນດາພັນທະມິດ ໄດ້ບຸກເຂົ້າເຂດຊານນະຄອນ Homs, ພາຍຫລັງຍາດສິດຄວບຄຸມນະຄອນ Hama ຢູ່ ພາກກາງ ຊີຣີ ຫລັງຈາກນັ້ນສອງສາມວັນທີ່ຢຶດຄອງໄດ້ Aleppo ຢູ່ທາງທິດເຫນືອ ໃນບັ້ນບຸກໂຈມຕີໂດຍໄດ້ປະຕິບັດກ່ອນນີ້ 1 ອາທິດ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top